Home ຂ່າວພາຍໃນ ກອງເລຂາຫາລືການກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການຮ່ວມລາວ – ໄທ ວ່າດ້ວຍການຮ່ວມມືວຽກງານຕໍາຫຼວດຄັ້ງທີ 8

ກອງເລຂາຫາລືການກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການຮ່ວມລາວ – ໄທ ວ່າດ້ວຍການຮ່ວມມືວຽກງານຕໍາຫຼວດຄັ້ງທີ 8

0

ໃນວັນທີ 26 ມີນາ 2025 ຢູ່ທີ່ນະຄອນຫຼວງວຽງຈັນ ກອງເລຂາຄະນະກຳມະການຮ່ວມລາວ – ໄທ ວ່າດ້ວຍການຮ່ວມມືວຽກງານຕໍາຫຼວດຄັ້ງທີ 8 ໄດ້ຈັດກອງປະຊຸມປືກສາຫາລື ເພື່ອກະກຽມຄວາມພ້ອມໃນການດຳເນີນກອງປະຊຸມດັ່ງກ່າວ ໃຫ້ແກ່ການນໍາທັງສອງຝ່າຍທີ່ຈະລົງນາມຮ່ວມກັນ.

ເປັນປະທານຮ່ວມຝ່າຍລາວ ໂດຍ ພັນເອກ ນາງ ວັນເພັງ ພົມມີໄຊ ຫົວໜ້າກົມຕຳຫຼວດສາກົນ, ກົມໃຫຍ່ຕຳຫຼວດ, ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ , ຝ່າຍໄທ ພົນຕຳຫຼວດຕີ ວໍລະວັດ ອາມອນວິວັດ ຮອງຜູ້ບັນຊາການຕໍາຫຼວດສັນຕິບານ ແຫ່ງຣາຊະອານາຈັກໄທ, ພ້ອມດ້ວຍຄະນະນໍາ, ຄະນະຜູ້ແທນ ຂອງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ພັນເອກ ນ ວັນເພັງ ພົມມີໄຊ ກ່າວວ່າ: ການດໍາເນີນກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບ ໃນດ້ານຕ່າງໆ ໂດຍສະເພາະກໍາແມ່ນ ວາລະ ແລະ ເນື້ອໃນ ຕໍ່ກັບກອງປະຊຸມ , ນອກນັ້ນ ຄະນະຜູ້ແທນສອງຝ່າຍ ຍັງໄດ້ລາຍງານຄືນກ່ຽວ ກັບຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 7 ທີ່ໄດ້ລົງນາມທີ່ພັດທະຍາ, ຣາຊະອານະຈັກໄທ.

ຈາກນັ້ນ,ທັງສອງຝ່າຍພ້ອມກັນພິຈາລະນາຮ່າງບົດບັນທຶກກອງປະຊຸມຄະນະກຳມະ ການຮ່ວມລາວ – ໄທ ວ່າດ້ວຍການຮ່ວມມືວຽກງານຕໍາຫຼວດຄັ້ງທີ 8 ເພື່ອເປັນເອກະພາບກັນ ກ່ອນໃຫ້ການນໍາທັງສອງຝ່າຍ ລົງນາມຮ່ວມກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version