Home ແຈ້ງການສໍາຄັນ ແຈ້ງເຕືອນມົນລະພິດໝອກຄວັນ ຫຼື ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄອນ (PM2.5)

ແຈ້ງເຕືອນມົນລະພິດໝອກຄວັນ ຫຼື ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄອນ (PM2.5)

0

ວັນທີ 26 ມິນາ 2025 ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນມົນລະພິດໝອກຄວັນ ຫຼື ຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄອນ (PM2.5) ຊ່ວງລະດູແລ້ງ 30 ວັນອັນຕະລາຍ ເດືອນ ມີນາ-ເມສາ 2025.

ອີງຕາມຂໍ້ມູນໃນປະຈຸບັນ ທີ່ສະພາບອາກາດແຫ້ງແລ້ງສືບຕໍ່ປົກຫຸ້ມ ທົ່ວປະເທດ ແລະ ອະນຸພາກພື້ນແມ່ນໍ້າຂອງ ພ້ອມທັງເກີດມີໄຟໄຫມ້ປ່າ, ການຈູດພື້ນທີ່ເພື່ອການກະສິກໍາ, ລວມທັງການຈູດຂີ້ເຫຍື້ອຄົວເຮືອນ. ເຊິ່ງເຫັນໄດ້ ວ່າ ຂໍ້ມູນຈາກດາວທຽມພົບຈຸດສະສົມຄວາມຮ້ອນ (Fire Hotspot) ແຜ່ກະຈາຍໄປທົ່ວປະເທດ.

ພ້ອມນັ້ນ, ສະພາບອາກາດບໍ່ເອື້ອອໍານວຍຕໍ່ການລະບາຍຝຸ່ນລະອອງ, ອາກາດບໍ່ລ່ວງ ສົມທົບກັບກໍາລັງລົມອ່ອນ ຈຶ່ງເປັນສາເຫດກໍ່ໃຫ້ເກີດຫມອກຄວັນຫນາປົກຫຸ້ມຕໍ່ເນື່ອງ (ສະພາບອາກາດມືດມົວຄ້າຍຫມອກ) ຢູ່ໃນທ້ອງຟ້າເປັນເວລາຫຼາຍ ວັນ, ສະພາບດັ່ງກ່າວຈະສົ່ງຜົນກະ ທົບຕໍ່ສຸຂະພາບ ແລະ ການເບິ່ງເຫັນໄກ.

ມາດຕະການປ້ອງກັນ:

1. ຫ້າມຈູດເຜົາຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ ທຸກປະເພດຊ່ວງລະດູແລ້ງເພື່ອຫຼຸດຜ່ອນແຫຼ່ງເກີດມົນລະພິດທາງອາກາດ;

2. ຫຼີກລ່ຽງ ຫຼື ຫຼຸດຜ່ອນ ການເຄື່ອນໄຫວກິດຈະກໍາກາງແຈ້ງ;

3. ໃສ່ຜ້າປິດປາກເມື່ອອອກນອກເຮືອນ ແລະ ອາຄານ;

4. ຄວນດື່ມນໍ້າໃຫ້ຫລາຍກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version