ວັນທີ 25 ມີນາ 2025 ຜ່ານມານີ້ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫຼີມສະຫຼອງວັນສັງຄົມສົງເຄາະອາຊຽນ ເພື່ອຍົກສູງບົດບາດອັນສໍາຄັນຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ. ເຖິງແມ່ນວ່າວັນສັງຄົມສົງເຄາະ ອາຊຽນ ຢ່າງເປັນທາງການຈະແມ່ນວັນທີ 15 ມີນາ, ແຕ່ມື້ນີ້ພິທີສະເຫຼີມສະຫຼອງຮ່ວມກັບພາກພື້ນໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນການສະເຫຼີມສະຫຼອງຮ່ວມກັນທົ່ວອາຊຽນ ແລະ ໄດ້ມີການນຳສະເໜີຄໍາແນະນໍາຂອງພາກພື້ນ ສໍາລັບປະເທດສະມາຊິກອາຊຽນ ກ່ຽວກັບບົດບາດຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ.
ການສະເຫຼີມສະຫຼອງວັນສັງຄົມສົງເຄາະ ອາຊຽນ ດັ່ງກ່າວໄດ້ມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ຫນຸ່ມນ້ອຍຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມເພື່ອເນັ້ນເຖິງບົດບາດອັນສໍາຄັນຂອງວິຊາຊີບສັງຄົມສົງເຄາະໃນການຕອບໂຕ້ສະຖານະການວິກິດທາງດ້ານມະນຸດສະທໍາ ແລະ ການປ່ຽນແປງສະພາບດິນຟ້າອາກາດ.
ທ່ານ ສາດສະດາຈານ ປະຣິນຍາເອກ ເດຊານູລາດ ແສນດວງເດດ, ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ “ການສະເຫຼີມສະຫຼອງມື້ນີ້ ເປັນເວທີທີ່ສໍາຄັນ ເພື່ອໃຫ້ພວກເຮົາເສີມສ້າງການຮ່ວມມື, ພັດທະນານະໂຍບາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສັງຄົມສົງເຄາະ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ,” ທ່ານ ສາດສະດາຈານ ປະຣິນຍາເອກ ເດຊານູລາດ ແສນດວງເດດ ຍັງກ່າວວ່າ “ພວກເຮົາພູມໃຈທີ່ໄດ້ເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງທີ່ສຳຄັນນີ້ ແລະ ຊ່ວຍໃນການສ້າງອະນາຄົດທີ່ມີຄວາມທົນທານໃຫ້ແກ່ຊຸມຊົນໃນທົ່ວພາກພື້ນ.” ຄໍາແນະນໍາຂອງພາກພື້ນ ໄດ້ສະເໜີກອບການເຮັດວຽກຮ່ວມກັນສຳລັບປະເທດສະມາຊິກໃນການສ້າງຄວາມອາດສາມາດ, ການຮັບຮູ້ບົດບາດຂອງບຸກຄະລາກອນສັງຄົມສົງເຄາະ ແລະ ລະບົບສະໜັບສະໜູນນັກສັງຄົມສົງເຄາະທີ່ເປັນມືອາຊີບ ແລະ ເຄິ່ງມືອາຊີບ ໃນການກຽມພ້ອມ, ຕອບໂຕ ແລະ ຟື້ນຟູຫຼັງຈາກໄພພິບັດ.

ທ່ານ ນາງ ມາກະລີ ໂຣເມເດັນ, ຮອງຜູ້ຕາງຫນ້າອົງການສະຫະປະຊາຊາດສໍາລັບເດັກ ປະຈໍາ ສປປ ລາວ ກ່າວວ່າ “ ອົງການ ຢູນິເຊັບ ເຊື່ອໝັນວ່າ ບຸກຄະລາກອນສັງຄົມສົງເຄາະທີ່ເຂັ້ມແຂງ ເປັນສິ່ງຈໍາເປັນສໍາລັບການປົກປ້ອງເດັກ ແລະ ການສ້າງຊຸມຊົນທີ່ມີຄວາມທົນທານ,” “ດ້ວຍເຫດນີ້ ອົງການ ຢູນິເຊັບ ຈຶ່ງໄດ້ເຮັດວຽກຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມະຫາວິທະຍາໄລແຫ່ງຊາດ ແລະ ຄູ່ຮ່ວມງານອື່ນໆ ເພື່ອຮັບປະກັນວ່າ ນັກສັງຄົມສົງເຄາະໄດ້ຮັບການຮັບຮູ້, ໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບການສະໜັບສະໜູນທີ່ເຂົາເຈົ້າສົມຄວນໄດ້ຮັບ .”
ເຫດການໄພພິບັດທີ່ຜ່ານມາເຊັ່ນ ພະຍຸ ຢາກິ ທີ່ເກີດຂຶ້ນໃນປີ 2024 ໄດ້ເຮັດໃຫ້ເກີດນໍ້າຖ້ວມຢ່າງຮຸນແຮງໃນແຂວງຫຼວງນໍ້າທາ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງຄໍາແນະນໍາຂອງພາກພື້ນ ສໍາລັບປະເທດສະມາຊິກອາຊຽນ ກ່ຽວກັບບົດບາດຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ. ນັກສັງຄົມສົງເຄາະເຄິ່ງມືອາຊີບ ໄດ້ມີບົດບາດສຳຄັນໃນການລະບຸເດັກທີ່ມີຄວາມສ່ຽງ, ເຊື່ອມຕໍ່ຄອບຄົວເດັກເຫຼົ່ານັ້ນກັບການບໍລິການໃນພາວະສຸກເສີນ ແລະ ໃຫ້ການຊ່ວຍເຫຼືອດ້ານຈິດໃຈຢູ່ໃນທີ່ພັກອາໄສຊົ່ວຄາວ, ຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ການຟື້ນຟູໃນຊຸມຊົນ “ພະຍຸ ຢາກິີ ໄດ້ຢໍ້າເຕຶອນໃຫ້ພວກເຮົາຮູ້ວ່າ ການປ່ຽນແປງສະພາບດິນຟ້າອາກາດກຳລັງເພີ່ມຄວາມຮຸນແຮງຂອງໄພທຳມະຊາດ ແລະ ສະແດງໃຫ້ເຫັນວ່າ ການກຽມພ້ອມບຸກຄະລາກອນສັງຄົມສົງເຄາະທີ່ດີ ເປັນສິ່ງຈຳເປັນໃນການຕອບໂຕ້ກັບສະພາບວິກິດ” ທ່ານ ນາງ ມາກະລີ ໂຣເມເດັນ ກ່າວເພີ່ມເຕີມ.
ສປປ ລາວ ກໍາລັງຮ່າງກົດໝາຍວ່າດ້ວຍວຽກງານສັງຄົມສົງເຄາະ, ເຊິ່ງເປັນກົດໝາຍສະບັບທຳອິດກ່ຽວກັບວຽກງານສັງຄົມສົງເຄາະຂອງປະເທດ, ຄາດວ່າກົດໝາຍສະບັບນີ້ຈະຖືກຮັບຮອງໃນທ້າຍປີນີ້. ພາຍໃຕ້ກົດໝາຍດັ່ງກ່າວ ວິຊາຊີບສັງຄົມສົງເຄາະຈະໄດ້ຮັບການພັດທະນາ ແລະ ຮັບປະກັນບໍລິການທີ່ມີຄຸນນະພາບ. ໃນຂະນະດຽວກັນ, ມະຫາວິທະຍາໄລແຫ່ງຊາດ ກໍ່ໄດ້ປັບປຸງຫຼັກສູດ ປະຣິນຍາຕີພາກວິຊາສັງຄົມສົງເຄາະ ເພື່ອລວມເອົາຫົວຂໍ້ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ສະພາບອາກາດເຂົ້າໃນຫຼັກສູດດັ່ງກ່າວ, ເພື່ອກຽມພ້ອມນັກສຶກສາສຳລັບການແກ້ໄຂສິ່ງທ້າທາຍຈາກການປ່ຽນແປງດິນຟ້າອາກາດ ແລະ ຄວາມສ່ຽງທາງດ້ານສັງຄົມ.
ໃນຂະນະທີ່ ອາຊຽນ ກຳລັງປະເຊີນກັບຄວາມສ່ຽງດ້ານສະພາບອາກາດທີ່ເພີ່ມຂຶ້ນ, ການນຳພາຂອງ ສປປ ລາວ ໃນການສົ່ງເສີມວຽກງານສັງຄົມໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການລົງທຶນໃສ່ການພັດທະນາບຸກຄະລາກອນສັງຄົມສົງເຄາະທີ່ເຂັ້ມແຂງ ແລະ ມີຄວາມທົນທານໃນທົ່ວອາຊີຕະເວັນອອກສຽງໃຕ້.