ໃນຕອນບ່າຍຂອງວັນທີ 26 ມີນາ 2025, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະ ໜາມບິນສາກົນ ເໝີຍຫຼານ, ແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວ ທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາປີ 2025 (Boao Forum for Asia Annual Conference 2025) ໃນລະຫວ່າງວັນທີ 26-28 ມີນາ 2025, ເຊິ່ງໄດ້ຖືກຕ້ອນຮັບໂດຍ ສະຫາຍ ຫຼີວ ເຕີ່ງຊ່ານ (Liu Dengshan), ຄະນະພັກ, ຫົວໜ້າຫ້ອງການຄະນະປຶກສາແຂວງໄຮນານ ແລະ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງຂອງທັງສອງຝ່າຍ ທີ່ ສະໜາມບິນສາກົນ ເໝີຍຫຼານ.

ການເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.
ໃນໄລຍະດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ຈະໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍຊຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຮນານ; ແລະ ຈະໄປເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມເຂດພັດທະນາຂອງແຂວງຈໍານວນໜຶ່ງ.