ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ວ່າດ້ວຍການຮ່ວມມືສອງຝ່າຍລະຫວ່າງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 24 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຝ່າຍລາວ ແມ່ນທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ຝ່າຍ ກຳປູເຈຍ ແມ່ນທ່ານ ອົມ ມາຣາ ຮອງລັດຖະ ມົນຕີ ຫົວໜ້າເຈົ້າໜ້າທີ່ອາວຸໂສ ກະຊວງພາຍໃນກຳປູເຈຍ.
ສອງຝ່າຍໄດ້ພ້ອມກັນປຶກສາຫາລື-ເອກະພາບຮ່າງວາລະກອງປະຊຸມລະດັບລັດ ຖະມົນຕີ ແລະ ແຜນການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາປີ 2025 ເພື່ອໃຫ້ລັດຖະມົນຕີ ຂອງສອງກະຊວງ ໄດ້ພິຈາລະນາ ແລະ ລົງນາມຮັບຮອງເອົາ; ພ້ອມກັນນີ້, ຍັງໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມກອງເລຂາ ລາຍງາຍໂດຍ ທ່ານ ພັນເອກ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ລາວ; ຈາກນັ້ນ, ທັງສອງຝ່າຍໄດ້ພ້ອມກັນພິຈາລະນາບົດບັນທຶກກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ດ້ວຍການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດບັນທຶກດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.
ທີ່ມາ: ຄວາມສະຫງົບລາວ