ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ໄດ້ໃຫ້ຮູ້ວ່າ: ງານວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ” ປະກອບມີບັນດາຮູບພາບ, ເອກະສານ ແລະ ວັດຖຸພັນ ເກືອບ 300 ຊິ້ນ ທີ່ເປັນບັນດາເຫດການອັນສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະທັບໃຈທີ່ສຸດ ທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີດເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງ ແລະ ນໍາພາມີໄຊສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ທັງສ່ອງແສງໃຫ້ເຫັນວິລະກຳອັນລໍ້າເລີດຂອງພັກເຮົາ ໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດ ເຮັດສຳເລັດການປະຕິວັດ ຕໍ່ສູ້ກູ້ຊາດ ກໍຄື ໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ໃນໄລຍະຜ່ານມາ.
ການວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ໃນຄັ້ງນີ້, ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາ ກໍຄື ສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ທີ່ອຸທິດຕົນເພື່ອພາລະກິດການປະຕິວັດ, ເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ.
ຮູບພາບທີ່ນຳມາວາງສະແດງ ດັ່ງກ່າວ, ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫລັງ ໂດຍສະເພາະຮຸ່ນໜຸ່ມ ໃຫ້ຍຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອ ຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.