Home ຂ່າວໜ້າໜຶ່ງ ສປປ ລາວ ໄດ້ໃຫ້ຮັບການຊ່ວຍເຫຼືອຫຼາຍດ້ານຈາກ ປະເທດຍີ່ປຸ່ນ

ສປປ ລາວ ໄດ້ໃຫ້ຮັບການຊ່ວຍເຫຼືອຫຼາຍດ້ານຈາກ ປະເທດຍີ່ປຸ່ນ

0

ທ່ານ ທາຊາກະ ທາຄຸໂຣ ອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ໄດ້ໃຫ້ຮູ້ ໃນໂອກາດກິດຈະກຳ “ ສື່ມວນຊົນສັນຈອນໃນຂະແໜງການຮ່ວມມືດ້ານເສດຖະກິດ ” ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 19 ມີນາ 2025 ນີ້ ວ່າ:

ປີນີ້ເປັນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ເຊິ່ງມີການຈັດຫຼາຍກິດຈະກຳເພື່ອເປັນການສະເຫຼີມສະຫຼອງຢ່າງຟົດຟຶ້ນ.

ທ່ານກ່າວວ່າ : ການຮ່ວມມືດ້ານເສດຖະກິດກັບປະເທດລາວ ໄດ້ເລີ່ມຂຶ້ນໃນປີ 1969 ແລະ ມີການຊ່ວຍເຫຼືອຫຼາຍຮູບແບບ ໂດຍສະເພາະໂຄງການການກໍ່ສ້າງເຂື່ອນນ້ຳງື່ມ1, ຂົວມິດຕະພາບລາວ-ໄທ ແຫ່ງທີ2 ລະຫວ່າງແຂວງສະຫວັນນະເຂດ ຫາ ມຸກດາຫານ, ການສ້ອມແປງເສັ້ນທາງເລກທີ9 ທີ່ເລີ່ມຈາກຂົວດັ່ງກ່າວ ເຊິ່ງເສັ້ນທາງເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ໄທ ເຊິ່ງນອນຢູ່ໃນແລວເສດຖະກິດຕາເວັນອອກ-ຕົກທີ່ສຳຄັນ ຈະເຊື່ອມຕໍ່ໄປເຖິງ ມຽນມາ, ການກໍ່ສ້າງຂົວປາກເຊ, ປັບປຸງອາຄານຜູ້ໂດຍສານ ສະໜາມບິນວັດໄຕ.

ນອກຈາກນີ້, ຍັງມີໂຄງການດ້ານກະສິກຳຄື ຊົນລະປະທານ ຢູ່ທ່າງ່ອນ, ໂຄງການກໍ່ສ້າງ-ສ້ອມແປງໂຮງຮຽນປະຖົມ – ມັດທະຍົມຕອນຕົ້ນຫຼາຍແຫ່ງ ແລະ ໂຄງການປັບປຸງປຶ້ມແບບຮຽນວິຊາຄະນິດສາດ ເປັນຕົ້ນ, ໂຄງການດ້ານສາທາລະນະສຸກ ໄດ້ການກໍ່ສ້າງອາຄານປິ່ນປົວໂຮງໝໍເສດຖາທິລາດ ໃນນະຄອນຫຼວງວຽງຈັນ ແລະ ໂຮງໝໍແຂວງຈຳປາສັກໃນຕົວເມືອງປາກເຊ, ການຍົກລະດັບສຸກສາລາໃນເຂດຫ່າງໄກສອກຫຼີກ, ການມອບວັກຊີນ ແລະ ການພັດທະນາຄວາມຮູ້ດ້ານວິຊາການຂອງພະຍາບານ ແລະ ຜະດຸງຄັນ ແລະ ໂຄງການດ້ານກົດໝາຍ ເຊັ່ນ ການປັບປຸງປະມວນກົດໝາຍແພ່ງ.

ພ້ອມນີ້, ຍັງມີການຊ່ວຍເຫຼືອດ້ານການເກັບກູ້ລະເບີດບໍ່ທັນແຕກ ທີ່ນອນຢູ່ໃນເປົ້າໝາຍທີ 18 ຂອງການພັດທະນາທີ່ຍືນຍົງຂອງປະເທດລາວ, ການຮ່ວມມືດ້ານໄຟຟ້າ, ຄົມມະນາຄົມຕ່າງໆ ແລະ ລວມເຖິງການຊ່ວຍເຫຼືອທີ່ອີງຕາມຄວາມຕ້ອງການອື່ນໆຂອງປະເທດລາວເຊັ່ນ : ການສະໜັບສະໜູນດ້ານການເຊື່ອມຈອດ ເພື່ອຊຸກຍູ້ແນວທາງໃນການຫັນປ່ຽນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດປະເທດອ້ອມຂ້າງ ຂອງ ສປປ ລາວ.

ໃນນັ້ນ, ການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ ມີລັກສະນະສະເພາະ ຄື ເນັ້ນໜັກໃນວຽກງານການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະປະເທດຍີ່ປຸ່ນ ແມ່ນມີການສົ່ງຊ່ຽວຊານ ແລະ ອາສາສະໝັກໄຈກາ ມາປະຈຳການຢູ່ຫ້ອງການ-ອົງການຕ່າງໆຂອງລັດຖະບານລາວ ເປັນໄລຍະຍາວນານ 1–2 ປີ, ພ້ອມທັງຮຽນພາສາລາວ, ໃຊ້ຊີວິດຮ່ວມກັນ, ປະຕິບັດເນື້ອໃນໂຄງການ ແລະ ຖ່າຍທອດເຕັກນິກຄວາມຮູ້ຕ່າງໆໃຫ້ກັບຄົນລາວ ແມ່ນຈຸດພິເສດຫຼັກຂອງການຊ່ວຍເຫຼືອ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version