ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດສໍາມະນາ ປຶກສາຫາລື ແລະ ແລກປ່ຽນຄຳເຫັນ ໃສ່ຮ່າງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ ຮ່າງແຜນພັດທະນາຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ (2026-2030) ໃນວັນທີ 17 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ສໍານັກງານ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການສໍາມະນາໃນຄັ້ງນີ້, ຈັດຂຶ້ນເພື່ອເນັ້ນໃສ່ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນທາງດ້ານວິຊາການ ເພື່ອເປັນທິດທາງໃນການສືບຕໍ່ປັບປຸງແຜນພັດທະນາທັງ 2 ຮ່າງແຜນພັດທະນາດັ່ງກ່າວ ແລະ ຄຳແນະນຳຈາກຊ່ຽວຊານຈາກ ສ ເກົາຫລີ ເພື່ອນຳເອົາຄວາມຮູ້ມານຳໃຊ້ເຂົ້າໃນການສືບຕໍ່ປັບປຸງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ກໍຄື ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 10 ເພື່ອເຮັດໃຫ້ຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026-2030) ແລະ ຮ່າງແຜນພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ (2026-2030) ທີ່ໄດ້ກໍານົດວິໄສທັດ, ທິດທາງລວມ, ຕົວເລກຄາດໝາຍສູ້ຊົນ, ເປົ້າໝາຍ, ຄາດໝາຍ, ຕົວຊີ້ບອກ, ແຜນວຽກຈຸດສຸມ ແລະ ໂຄງການທີ່ຈະມີແຜນຈັດຕັ້ງປະຕິບັດໃນໄລຍະ ປີ 2026-2030 ທີ່ຕົນຮັບຜິດຊອບ.
ການກະກຽມຄົ້ນຄວ້າສ້າງແຜນພັດທະນາ 2 ຮ່າງແຜນພັດທະນາຄັ້ງນີ້, ຖືເປັນວຽກບຸລິມະສິດໜຶ່ງທີ່ສຳຄັນຫລາຍ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອໃຫ້ສາມາດກໍານົດໄດ້ກ່ຽວກັບວິໄສທັດ, ເສັ້ນທາງເດີນ, ຄວາມມຸ່ງຫວັງ, ທິດທາງ, ເປົ້າໝາຍ ແລະ ຈຸດສຸມສໍາຄັນ ທີ່ຈະຕ້ອງການໃຫ້ບັນລຸຜົນສໍາເລັດໃນອີກ 5 ປີຕໍ່ໜ້າ ຕາມການມອບໝາຍຂອງພັກ ແລະ ລັດຖະບານ ໃນຄວາມຮັບຜິດຊອບຂອງຂະແໜງອຸດສາຫະກໍາ ແລະ ການຄ້າ, ພ້ອມທັງຮັບປະກັນໃຫ້ເຊື່ອມສານ-ເຊື່ອມຈອດກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ຂໍ້ມູນ: ກະຊວງອຸດສາຫະກຳ ແລະ ການຄ້າ