Home ຂ່າວພາຍໃນ ກະຊວງພາຍໃນ ຍ້ອງຍໍພະນັກງານດີເດັ່ນ ປີ 2024

ກະຊວງພາຍໃນ ຍ້ອງຍໍພະນັກງານດີເດັ່ນ ປີ 2024

0

ກະຊວງພາຍໃນ ຈັດພິທີມອບຫລຽນກາລະນຶກ 70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໃນວັນທີ 17 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເລຂາຄະນະພັກກະຊວງ, ລັດຖະ ມົນຕີກະຊວງພາຍໃນ.

ພະນັກງານທີ່ໄດ້ຮັບຫລຽນກາລະນຶກ 70 ປີ ມີທັງໝົດ 28 ທ່ານ, ພ້ອມທັງ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍານວນ 14 ໜ່ວຍພັກ ແລະ ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ພະນັກ ງານ-ລັດຖະກອນດີເດັ່ນ ປະຈໍາປີ 2024. ໃນນັ້ນ, ມີພະນັກງານ ທີ່ໄດ້ຮັບໃບຍ້ອງຍໍປະເພດ 1 ຈໍານວນ 201 ທ່ານ, ຍິງ 82 ທ່ານ, ຍ້ອງຍໍປະເພດ 2 ຈໍານວນ 116 ທ່ານ, ຍິງ 54 ທ່ານ ແລະ ໃບຍ້ອງຍໍປະເພດ 3 ຈໍານວນ 6 ທ່ານ, ຍິງ 2 ທ່ານ.

ທ່ານ ວິໄລວົງ ບຸດດາຄໍາ ໄດ້ມີຄໍາເຫັນວ່າ: ການປະດັບຫລຽນໃນຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງຂອງບັນດາສະຫາຍ ທີີ່ໄດ້ອຸທິດເລືອດເນື້ອເຫືີ່ອແຮງ, ສະຕິປັນ ຍາໃຫ້ແກ່ພາລະກິດຕໍໍ່ສູ້ປົດປ່ອຍ ປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົົ່າທີີ່ມີຕໍໍ່ບັນດາສະຫາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version