ໃນວັນທີ 13 ມີນາ 2025, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ໂຄງການລ້ຽງງົວພັນນົມ ຂອງບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງຈຳກັດ, ຣີສອດຟາມງົວພັນນົມ ເຕັກໂນໂລຢີສູງ ທີ່ບ້ານໂຕນເໜືອ, ເມືອງແປກ, ແຂວງຊຽງຂວາງ ເຊິ່ງເຂົ້າຮ່ວມເຄື່ອນໄຫວມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ, ເຫັນວ່າ ໂຄງການມີເນື້ອທີ່ທັງໝົດ 5,000 ກວ່າເຮັກຕາ, ໃນນີ້ ເນື້ອທີ່ຟາມປະມານ 106 ເຮັກຕາ ໂດຍປະກອບມີຫ້ອງການ, ຫ້ອງອາຫານ, ເຮືອນພັກ, ສາງສຳຫຼັບໝັກອາຫານສັດ, ໂຮງງານບົດປະສົມອາຫານສັດ ແລະ ສາງເກັບຮັກສາອາຫານສັດ, ໂຮງງານເຮັດຄວາມເຢັນນົມ, ໂຮງລີດນົມ, ບ່ອນເກັບຮັກສານົມ, ບ່ອນຈັດເກັບຮັກສາມູນສັດ ແລະ ເກັບມ້ຽນຂີ້ເຫຍື້ອ, ໂຮງເຮືອນສຳຫຼັບໃຫ້ງົວຢູ່, ນອກນັ້ນ ຍັງມີເນື້ອທີ່ປູກພືດອາຫານສັດ ປະມານ 1,300 ກວ່າເຮັກຕາ; ໂຄງການດັ່ງກ່າວ ເປັນການລົງທຶນຈາກຕ່າງປະເທດ ໃນວຽກງານກະສິກຳ ກໍຄືການລ້ຽງສັດ, ສາມາດສ້າງວຽກເຮັດງານທຳປະຊາຊົນ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງປະກອບສ່ວນພັດທະນາພື້ນຖານໂຄງລ່າງໃນຊົນນະບົດຈຳນວນໜຶ່ງ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໂຄງການດັ່ງກ່າວທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງຊຽງຂວາງຫຼາຍດ້ານ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກ ໃຫ້ສືບຕໍ່ແກ້ໄຂບັນຫາທີ່ຍັງຄັງຄ້າງໃນໄລຍະຜ່ານມາ ເປັນຕົ້ນ ການປົກປັກຮັກສາສິ່ງແວດລ້ອມ ແລະ ຜົນກະທົບຕ່າງໆ ໂດຍສະເພາະ ບັນຫາກິ່ນເໝັນຈາກມູນສັດ, ພ້ອມທັງ ບຳບັດນ້ຳເສຍຈາກຟາມໃຫ້ເປັນປົກກະຕິ ລວມທັງ ເສດຂີ້ເຫຼື້ອທີ່ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ສືບຕໍ່ປະສານກັບພາກສ່ວນຕ່າງໆ ໃນການປະຕິບັດພັນທະ ແລະ ການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ທີ່ກ່ຽວຂ້ອງກັບພາກລັດ ຢ່າງເປັນປົກກະຕິ; ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານການພັດທະນາສັງຄົມ ກໍ່ຄື ພັດທະນາທ້ອງຖິ່ນໂຄງການ ໃຫ້ນັບມື້ຫຼາຍຂຶ້ນ.
ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ໄປຕິດຕາມກວດກາເບິ່ງຄວາມຄືບໜ້າໂຄງການກໍ່ສ້າງສ້ອມແປງ ແລະ ປັບປຸງສະໜາມບິນ ທົ່ງໄຫຫີນ, ພ້ອມທັງ ຢ້ຽມຊົມຫໍມູນເຊື້ອກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຢູ່ທົ່ງໄຫຫີນ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.