ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ນາງ ອູຊູລາ ວອນ ເດີ ເລເອີນ, ປະທານຄະນະກຳມະການສະຫະພາບ ເອີຣົບ ໄດ້ກ່າວຄຳປາໄສໃນກອງປະຊຸມສະພາເອີຣົບ ທີ່ຈັດຂຶ້ນຢູ່ນະຄອນສຕາສເບີກ ຂອງຝຣັ່ງ ໂດຍຮຽກຮ້ອງໃຫ້ປະເທດ ໃນທະວີບເອີຣົບ ຈົ່ງເພີ່ມລາຍຈ່າຍດ້ານການປ້ອງກັນປະເທດເປັນຈຳນວນຫລວງຫລາຍ, ປະຖິ້ມຈິນຕະນາການທີ່ມີຕໍ່ ສ.ອາເມລິກາ ແລະ ຣັດເຊຍ. ພາຍຫລັງສົງຄາມເຢັນສິ້ນສຸດລົງ, ມີຄົນຈຳນວນໜຶ່ງເຫັນວ່າຣັດເຊຍ ສາມາດເຊື່ອມໂຍງເຂົ້າກັບໂຄງປະກອບເສດຖະກິດ ແລະ ຄວາມໝັ້ນຄົງ ຂອງທະວີບເອີຣົບ, ຂະນະດຽວກັນທະວີບເອີຣົບ ຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບດ້ານການປ້ອງກັນປະເທດຂອງຕົນໃຫ້ຫລາຍກວ່າເກົ່າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ