Home ທຸລະກິດ ຫັດຖະກຳຕໍ່າແຜ່ນແພຊົນເຜົ່າ ສ້າງອາຊີບ ແລະ ສ້າງລາຍຮັບໃຫ້ປະຊາຊົນ

ຫັດຖະກຳຕໍ່າແຜ່ນແພຊົນເຜົ່າ ສ້າງອາຊີບ ແລະ ສ້າງລາຍຮັບໃຫ້ປະຊາຊົນ

0

ຫັດຖະກຳຕໍ່າແຜ່ນແພ ແມ່ນອາຊີບໜຶ່ງທີ່ຕິດພັນກັບປະຊາຊົນລາວ ມາແຕ່ດົນນານແລ້ວ, ຊຶ່ງມີບາງຄອບຄົວ ຫຼັງຈາກ ທີ່ເຮັດການຜະລິດກະສິກຳ ຫຼື ເຮັດໄຮ່ ເຮັດນາຮົ້ວສວນແລ້ວ ກໍມາສຸມໃສ່ຫັດຖະກໍາຕໍ່າແຜ່ນແພເປັນອາຊີບເສີມ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ດັ່ງກຸ່ມຜູ້ຜະລິດຫັດຖະກຳຕໍ່າແຜ່ນແພຊົນເຜົ່າບ້ານໂລຍ ຖືໄດ້ວ່າມີບົດບາດສໍາຄັນຕໍ່ການພັດທະນາ, ສ້າງອາຊີບໃຫ້ປະຊາຊົນ ໂດຍສະເພາະແມ່ນແມ່ຍິງ ແລະ ສ້າງລາຍຮັບ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ທ່ານ ເພີນຄໍາ ພຽນລະວັນ ຕາງໜ້າກຸ່ມຜະລິດຫັດຖະກຳຕໍ່າແຜ່ນແພບ້ານໂລຍ ໃຫ້ຮູ້ ໃນໂອກາດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກະລຶມ ແຂວງເຊກອງ ຄັ້ງທີ X ຊຶ່ງຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ກຸ່ມຫັດຖະກຳຕໍ່າແຜ່ນແພບ້ານໂລຍ ໄດ້ສ້າງຕັ້ງຂຶ້ນໃນປີ 2001 ຊຶ່ງເບື້ອງຕົ້ນມີສະມາຊິກພຽງແຕ່ 35 ຄອບຄົວ, ມາເຖິງປັດຈຸບັນ ໄດ້ຂະຫຍາຍສະມາຊິກເພີ່ມຂຶ້ນເປັນ 80 ຄອບຄົວ, ມີ 160 ແຮງງານ. ຍ້ອນການນຳແຂວງເຊກອງ ກໍຄື ການນໍາເມືອງກະລຶມ ໂດຍສະເພາະແມ່ນຫ້ອງການສະຫະພັນແມ່ຍິງເມືອງ ເຫັນຄວາມສຳຄັນເອົາໃຈໃສ່ຊຸກຍູ້ສົ່ງເສີມ ຈຶ່ງເຮັດໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ໄດ້ຮັບຄວາມນິຍົມຈາກຜູ້ຄົນເປັນຈໍານວນຫຼາຍທັງພາຍໃນ ແລະ ຕ່າງປະເທດ, ການຈໍາໜ່າຍມີທັງວາງຂາຍກັບທີ່ພາຍໃນບ້ານ ແລະ ວາງຂາຍຕາມງານຕະຫຼາດນັດ 250,000-2,000,000 ກີບ ເພື່ອເປັນຂອງຂວັນ ແລະ ເປັນເຄື່ອງຕ້ອນຂອງຝາກ, ການອອກແບບການຜະລິດ ແມ່ນມີລວດລາຍທີ່ສວຍງາມ, ເປັນເອກະລັກສະເພາະ ທີ່ຕິດພັນກັບວິຖີດໍາລົງຊິວິດຂອງປະຊາຊົນ, ເວລານໍາໃຊ້ກໍມີຄວາມທົນທານ.

ທ່ານ ເພີນຄໍາ ພຽນລະວັນ ກ່າວຕື່ມວ່າ: ຫັດຖະກໍາຕໍ່າແຜ່ນແພຊົນເຜົ່າ ແມ່ນອາຊີບໜຶ່ງ ທີ່ສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນບ້ານໂລຍ ໂດຍສະເພາະແມ່ນແມ່ຍິງ ພ້ອມທັງສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຫຼາຍຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ທີ່ພົ້ນເດັ່ນກວ່າໝູ່ແມ່ນຄອບຄົວ ນາງ ມົນ ສາມາດສ້າງລາຍຮັບປີໜຶ່ງໄດ້ຫຼາຍກວ່າ 20 ລ້ານກີບ.

ຢ່າງໃດກໍ່ຕາມ ເພື່ອພັດທະນາການຫັດຖະກໍາຕໍ່າແຜ່ນແພບ້ານໂລຍ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສາມາດແຂ່ງຂັນໄດ້ກັບບັນດາເມືອງ ແລະ ແຂວງອ້ອມຂ້າງ ພ້ອມທັງຮັບປະກັນໃຫ້ກຸ່ມຫັດຖະກໍານີ້ ມີຄວາມຍືນຍົງ. ໃນຕໍ່ໜ້າ, ອົງການປົກ ຄອງແຂວງ-ເມືອງ ໂດຍສະເພາະຂະແໜງການກ່ຽວຂ້ອງ ຕ້ອງສືບຕໍ່ຊຸກຍູ້ສົ່ງເສີມ, ຈັດຕັ້ງຝຶກອົບຮົມຍົກລະດັບຄວາມຮູ້ດ້ານການຜະລິດ-ການອອກແບບ ໃຫ້ສະມາຊິກພາຍໃນກຸ່ມຢ່າງເປັນປະຈໍາ, ຈັດສັນເນື້ອທີ່ດິນປູກມອນ-ລ້ຽງມ້ອນ ເພື່ອພັດທະນາເສັ້ນຝ້າຍດ້ວຍຕົນເອງ, ສົ່ງເສີມ ແລະ ສ້າງຕັ້ງບ່ອນວາງສະແດງ-ຂາຍຜະລິດຕະພັນແຜ່ນແພ ຫຼື ມູນເຊື້ອຫັດຖະກໍາຕໍ່າແຜ່ນແພ ເພື່ອຮອງຮັບແຂກ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມຢ້ຽມຢາມເມືອງກະລຶມ ກໍຄື ບ້ານໂລຍ.

(ແຫຼ່ງຂ່າວ: ສັນຍາ ແກ້ວໄຊຍະວົງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version