ກອງປະຊຸມ ເຜີຍແຜ່, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ຢູ່ເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 4 ມີນາ 2025 ທີ່ເມືອງວັງວຽງ ໂດຍການເປັນປະທານຂອງທ່ານ ໄຊສົມບັດ ບຸນນະຜົນ ວ່າການຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ ຜູ້ຊີ້ນຳວຽກງານທ່ອງທ່ຽວ ແຂວງວຽງຈັນ, ມີບັນດາຜູ້ຕາງໜ້າຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຜູ້ປະກອບການທຸລະກິດຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ກໍເພື່ອເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ໃຫ້ຜູ້ປະກອບການຮ້ານອາຫານ ໃນເມືອງວັງວຽງ ທັງເປັນການພົບປະແລກປ່ຽນບົດຮຽນ, ປຶກສາຫາລື ເພື່ອປັບປຸງ ແລະ ຍົກລະດັບມາດຕະຖານຮ້ານອາຫານ ໃນເມືອງດັ່ງກ່າວໃຫ້ດີຂຶ້ນ.
ທ່ານ ໄຊສົມບັດ ບຸນນະຜົນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສຳຄັນ ຕໍ່ການພັດທະນາການທ່ອງທ່ຽວ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃນທ້ອງຖິ່ນ, ເຊິ່ງເມືອງວັງວຽງ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມໜັ້ນໃຈ ໃຫ້ກັບນັກທ່ອງທ່ຽວ ທີ່ມາຢ້ຽມຢາມເມືອງວັງວຽງ ບໍ່ພຽງແຕ່ຊົມຊື່ນກັບທຳມະຊາດທີ່ສວຍງາມເທົ່ານັ້ນ, ແຕ່ຍັງເພີດເພີນກັບອາຫານແຊບໆ ຈາກຮ້ານອາຫານຕ່າງໆໃນເມືອງຕື່ມອີກ. ສະນັ້ນ, ການຮັກສາ ແລະ ຍົກລະດັບມາດຕະຖານ ຮ້ານອາຫານໃຫ້ສະອາດ ແລະ ປອດໄພ ຈຶ່ງເປັນສິ່ງຈຳເປັນຢ່າງຍິ່ງ ພ້ອມທັງເນັ້ນໃຫ້ຜູ້ປະກອບການ ຮ້ານອາຫານຈົ່ງເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການປະຕິບັດຕາມມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ເພື່ອສ້າງຄວາມໜັ້ນໃຈ ໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.