ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບຄູ່ຮ່ວມພັດທະນາ ຈັດກິດຈະກໍາຍ່າງເພື່ອສຸຂະ ພາບ ໃນໂອກາດວັນແມ່ຍິງສາກົນ ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃນຕອນເຊົ້າວັນທີ 1 ມີນາ 2025 ຢູ່ສວນປະຕູໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ມີການນໍາພັກ-ລັດ, ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ, ບັນດາສະຫະພັນແມ່ຍິງກະຊວງ-ອົງການ, ນະຄອນຫລວງວຽງຈັນ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້ແມ່ນໜຶ່ງໃນຫລາຍກິດຈະກຳທີ່ ສສຍລ ຮ່ວມກັບຄູ່ຮ່ວມພັດທະນາຈັດຂຶ້ນ ເພື່ອເປັນການສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ 2025 ຄົບຮອບ 115 ປີ ຊຶ່ງວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ” ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາກົນ ” ພາສາອັງກິດເອີ້ນວ່າ: ” International Women’s Day”. ໃນແຕ່ລະປີແມ່ຍິງໃນທົ່ວໂລກ ແມ່ນໃຫ້ຄວາມສໍາຄັນໃນການສະເຫລີມສະຫລອງວັນດັ່ງກ່າວ, ພ້ອມທັງມີຄໍາຂວັນປະຈຳປີ ເພື່ອເປັນການປຸກລະດົມຂະບວນການຂອງແມ່ຍິງໃນທົ່ວໂລກ ເຂົ້າຮ່ວມຂະບວນການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຂອງປະເທດຕົນ ກໍຄື ແມ່ຍິງໃນທຸກມຸມໂລກ ຊຶ່ງເນື້ອໃນຄໍາຂວັນສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ 2025 ແມ່ນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”.
ທ່ານ ນາງ ສິລິກິດ ບຸບຜາ ຍັງໃຫ້ຮູ້ອີກວ່າ: ພັກເຮົາເວລາໃດກໍເອົາໃຈໃສ່ ແລະ ຖືວ່າແມ່ຍິງກວມຈໍານວນຫລາຍກວ່າເຄິ່ງໜຶ່ງຂອງພົນລະເມືອງທົ່ວປະເທດ ເປັນກໍາລັງແຮງອັນໃຫຍ່ຫລວງ ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ. ພັກ ແລະ ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຮັດໃຫ້ແມ່ຍິງມີສ່ວນຮ່ວມ ແລະ ມີບົດບາດໃນຕໍາ ແໜ່ງນໍາພາຕັດສິນບັນຫານັບມື້ນັບຫລາຍຂຶ້ນ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການປະຕິບັດສະຫັດສະວັດເພື່ອການພັດທະນາ SDGs ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.