ສປ ຈີນ ຈະຈັດກອງປະຊຸມ “ສອງສະພາ” ຢູ່ນະຄອນຫຼວງປັກກິ່ງ ເລີ່ມແຕ່ວັນທີ 4 ມີນາ 2025 ນີ້. ຄໍາວ່າ: ກອງປະຊຸມ “ສອງສະພາ” ມາຈາກສອງກອງປະຊຸມ ຄື: ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ເນື່ອງຈາກທັງສອງກອງປະຊຸມນີ້ຈັດຂຶ້ນໃນເວລາມໍ່ໆ ກັນ ແລະ ມີຄວາມໝາຍສໍາຄັນຫຼາຍຕໍ່ປະເທດຊາດ, ສະນັ້ນ ຈຶ່ງເອີ້ນຊື່ຫຍໍ້ວ່າ: ກອງປະ ຊຸມ “ສອງສະພາ”. ເຊິ່ງກໍານົດຈັດຂຶ້ນໃນເດືອນມີນາຂອງທຸກປີ ແລະ ຢູ່ຂັ້ນທ້ອງຖີ່ນກໍຈັດກອງປະຊຸມສອງສະພາຂຶ້ນໃນທຸກປີເຊັ່ນດຽວກັນ ແຕ່ຈັດຂຶ້ນໄວກວ່າກອງປະ ຊຸມ “ສອງສະພາ” ແຫ່ງຊາດຈີນ.
ສໍາລັບກອງປະຊຸມ “ສອງສະພາ” ແຫ່ງຊາດຈີນທີ່ຈະຈັດຂຶ້ນໃນຄັ້ງນີ້ ແມ່ນກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 14 ຈະເລີ່ມຂຶ້ນໃນວັນທີ 4 ມີນານີ້ ແລະ ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນ ຊຸດທີ 14 ຈະເລີ່ມຂຶ້ນໃນວັນທີ 5 ມີນານີ້. ຂະ ນະທີ່ສູນຂ່າວຂອງກອງປະຊຸມດັ່ງກ່າວໄດ້ເປີດບໍລິການຢ່າງເປັນທາງການນັບແຕ່ວັນ ທີ 27 ກຸມພາ 2025 ເປັນຕົ້ນມາ ເພື່ອຮັບໃຊ້ນັກຂ່າວຈີນ ແລະ ຕ່າງປະເທດ ລວມທັງໝົດຫຼາຍກວ່າ 3,000 ຄົນ ທີ່ໄດ້ລົງທະ ບຽນເຂົ້າຮ່ວມເກັບກໍາຂ່າວໃນຄັ້ງນີ້.
ການດໍາເນີນກອງປະຊຸມ “ສອງສະພາ” ແຫ່ງຊາດຈີນໃນແຕ່ ລະປີຜ່ານມາ ແມ່ນໄດ້ຮັບຄວາມສົນ ໃຈ ແລະ ເອົາໃຈໃສ່ຕິດຕາມເປັນພິເສດຈາກທົ່ວໂລກ, ເຊັ່ນດຽວ ກັບປີນີ້. ກອງປະຊຸມ “ສອງສະພາ”ແມ່ນປາສະຈາກບໍ່ໄດ້ຈາກຄວາມສົນໃຈຕິດຕາມຢ່າງໃກ້ສິດຈາກທົ່ວໂລກ ໂດຍສະເພາະບັນດາບົດລາຍງານທີ່ລັດຖະບານຈີນຈະສະ ເໜີຕໍ່ກອງປະຊຸມເພື່ອຄົ້ນຄວ້າພິຈາລະນາ ແລະ ຮັບຮອງ. ໃນນັ້ນ ສໍາຄັນແມ່ນບົດລາຍງານທີ່ໄດ້ຕີລາຄາຢ່າງຮອບດ້ານໃນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມຂອງຈີນໃນປີຜ່ານມາ, ລວມເຖີງບັນດາແຜນການ, ນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານຈີນຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ ໜ້າ.
ທັງນີ້, ຍ້ອນວ່າ ຈີນເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ແລະ ແມ່ນໜຶ່ງໃນບັນດາປະເທດມະຫາອໍານາດຂອງໂລກ ທີ່ມີການພົວພັນຮ່ວມມື, ການລົງທຶນ, ການຄ້າ ຂາຍ, ໃຫ້ການຊ່ວຍເຫຼືອ ແລະ ອື່ນໆ ກັບທົ່ວໂລກຢ່າງກວ້າງ ຂວາງ. ບັນດາມາດຕະການ ແລະ ນະໂຍບາຍທີ່ຈີນວາງອອກ, ນອກຈາກຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຈີນດີຂຶ້ນກວ່າເກົ່າ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຈີນນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຫາກຍັງຈະສົ່ງຜົນດີຕໍ່ການພັດທະ ນາເສດຖະ ກິດຂອງຫຼາຍປະເທດ ກໍຄື ຜົນດີຕໍ່ເສດຖະກິດຂອງໂລກ ຕື່ມອີກ.
ອີງຕາມຂໍ້ມູນຈາກອົງການສະຖິຕິແຫ່ງຊາດຈີນ ໃຫ້ຮູ້ວ່າ: ປີ 2024, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ ບັນລຸເຖິງ 134,908.4 ຕື້ຢວນ, ຂະຫຍາຍຕົວ 5% ເມື່ອທຽບໃສ່ປີ 2023, ສະເລ່ຍ GDP ຕໍ່ຫົວຄົນບັນລຸເຖິງ 95,749 ຢວນ, ເພີ່ມຂຶ້ນ 5.1%, ຍອດລາຍຮັບແຫ່ງຊາດບັນລຸເຖິງ 133,967.2 ຕື້ຢວນ ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ ປີ2023.
ຕົວເລກດັ່ງກ່າວ, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖີງຄວາມເຂັ້ມແຂງຂອງເສດຖະກິດຈີນ ເທົ່ານັ້ນ, ຫາກຍັງສະ ແດງໃຫ້ເຫັນເຖີງທ່າອ່ຽງການພັດທະ ນາເສດຖະກິດຂອງຈີນທີ່ນັບມື້ເຕີບໃຫຍ່ຂະ ຫຍາຍຕົວດ້ວຍຄຸນນະພາບສູງ, ເຖີງວ່າຕ້ອງປະເຊີນໜ້າກັບຄວາມທ້າທາຍ ແລະ ແຮງກົດດັນຈາກພາຍນອກ ແລະ ບັນດາຄວາມຕ້ອງການພັດທະນາພາຍໃນປະເທດທີ່ເພີ່ມ ຂຶ້ນ, ແຕ່ຈີນຍັງສາມາດບັນລຸເປົ້າ ໝາຍສໍາຄັນໃນປີ 2024 ເຊິ່ງເຮັດໃຫ້ GDP ບັນລຸເກີນ 130 ຕື້ຢວນເປັນຄັ້ງທໍາອິດໃນປະ ຫວັດສາດ ແລະ ອັດຕາການຂະຫຍາຍຕົວຂອງເສດຖະກິດຈີນ ສືບຕໍ່ຈັດຢູ່ແຖວໜ້າໃນບັນດາປະເທດເສດຖະກິດຕົ້ນຕໍຂອງໂລກ, ທັງສະແດງໃຫ້ເຫັນບົດບາດຂອງຈີນທີ່ເປັນກໍາລັງຂັບເຄື່ອນສໍາຄັນໃນການຂະຫຍາຍຕົວຂອງເສດຖະກິດໂລກ ຕື່ມອີກ.
ນັກວິເຄາະຄາດວ່າ: ໃນກອງປະຊຸມ “ສອງສະພາ” ແຫ່ງຊາດຈີນໃນປີນີ້, ລັດຖະ ບານຈີນ ຈະສະ ເໜີຫຼາຍມາດຕະການສໍາຄັນເພື່ອແນໃສ່ເຮັດໃຫ້ເສດຖະຖິດຂອງຈີນໃນປີ 2025 ກໍຄື ຕໍ່ໜ້າ ນັບມື້ສືບຕໍ່ຂະ ຫຍາຍຕົວດີຂຶ້ນກວ່າເກົ່າ, ເຖີງວ່າຕ້ອງປະ ເຊີນໜ້າກັບຜົນກະທົບຈາກການປ່ຽນແປງຫຼາຍຢ່າງຈາກພາຍນອກ, ໃນນັ້ນລວມເຖີງສົງຄາມການຄ້າ ແລະ ບາງບັນຫາພາຍໃນປະເທດທີ່ຕ້ອງສືບຕໍ່ແກ້ໄຂ. ໃນກອງປະຊຸມ “ສອງສະພາ” ຄັ້ງນີ້ ຈະໄດ້ເຫັນບັນດາມາດຕະການໃໝ່ຂອງຈີນເພື່ອຊຸກຍູ້ການພັດທະນາເສດຖະ ກິດປະເທດຂອງຕົນ, ໃນນັ້ນ ຈະລວມເຖີງການຟື້ນຟູຄວາມເຊື່ອໝັ້ນຂອງພາກເອກະຊົນ ເຊິ່ງເມື່ອບໍ່ດົນມານີ້ ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ພົບປະໂອ້ລົມກັບຕົວແທນບັນ ດາວິສາຫະກິດທົ່ວປະເທດຈີນມາແລ້ວ, ລວມເຖີງການປັບໂຄງ ການເສດຖະກິດເພື່ອເພີ່ມປະສິທິພາບດ້ານການຜະລິດ ເຊິ່ງຈີນຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ພາກອຸດສາຫະກໍາ ແລະ ນະວັດຕະກໍາ ໂດຍສະເພາະນະໂຍ ບາຍສົ່ງເສີມການຜະລິດໃນປະເທດ (Made in China 2025) ທີ່ລັດຖະບານຈີນປະກາດໃນປີ 2015 ທີ່ເຮັດໃຫ້ຕະຫລອດໜຶ່ງທົດສະວັດມານີ້ ຈີນສາມາດພັດທະນາເຕັກໂນໂລຊີຂອງຕົນຈົນກາຍເປັນຜູ້ນໍາຫຼາຍດ້ານໃນປັດຈຸບັນນີ້ ເຊັ່ນ: ລົດໄຟຟ້າທີ່ບໍລິສັດ BYD ຜະລິດມີຍອດຂາຍຫຼາຍກວ່າ Tesla, ລົດໄຟຄວາມໄວສູງ CR450 ຈະເປີດໃຫ້ບໍລິການໃນທ້າຍປີນີ້ ດ້ວຍຄວາມໄວ 450 ກິໂລ ແມັດ/ຊົ່ວໂມງ, ລວມເຖີງການທົດລອງລົດໄຟແມ່ເຫຼັກໄຟຟ້າ ດ້ວຍຄວາມໄວຫລາຍກວ່າ 600 ກິໂລແມັດ/ຊົ່ວໂມງ.
ນອກຈາກນີ້, ຈີນ ຍັງປະສົບຜົນສໍາເລັດໃນການພັດທະນາໂດຣນອະວະກາດ ແລະ ຫຸ່ນຍົນທີ່ສາມາດເຂົ້່າມາມີບົດບາດໃນຊີວິດປະຈໍາວັນຫຼາຍຂຶ້ນ, ການຜະລິດພະລັງງານໝູນວຽນ, ການພັດທະນາປັນຍາປະດິດ ຫຼື AI ໂດຍສະເພາະ DeepSeek ທີ່ຮັບຮູ້ດີໃນທົ່ວໂລກ ແລະ ອື່ນໆ ເຊິ່ງທັງໝົດນີ້ຈະກາຍເປັນແຮງຂັບເຄື່ອນໃນການພັດທະນາເສດຖະກິດທີ່ສໍາຄັນຂອງຈີນໃນຕໍ່ ໜ້າ.
ດັ່ງນັ້ນ, ກອງປະຊຸມ “ສອງສະພາ” ແຫ່ງຊາດຈີນໃນປີນີ້ ຈິ່ງມີຄວາມສໍາຄັນຕໍ່ທິດ ທາງການພັດທະນາຂອງຈີນໃນຕໍ່ໜ້າ. ມະຕິຂອງກອງປະຊຸມຄັ້ງນີ້ ຈະເປັນແນວທາງສໍາຄັນໃຫ້ພາກລັດ ແລະ ເອກະຊົນຂອງຈີນເພື່ອຂັບເຄື່ອນການພັດທະນາປະເທດຕໍ່ໄປ. ແນ່ນອນວ່າ ແນວທາງການພັດທະນາດັ່ງກ່າວບໍ່ພຽງແຕ່ຈະເຮັດ ໃຫ້ການພັດ ທະນາເສດຖະກິດ-ສັງຄົມຂອງຈີນ ນັບມື້ດີຂຶ້ນເທົ່າ ນັ້ນ, ຫາກຍັງຈະສົ່ງຜົນດີຕໍ່ເສດ ຖະກິດຂອງໂລກ ກໍຄື ເສດຖະ ກິດຂອງຫຼາຍປະເທດທີ່ມີການພົວພັນຮ່ວມມືກັບຈີນໃນລະດັບທີ່ແຕກຕ່າງກັນ.
ສະນັ້ນ, ກອງປະຊຸມ “ສອງສະພາ” ແຫ່ງຊາດຈີນໃນປີນີ້ ຈິ່ງໄດ້ຮັບຄວາມສົນໃຈ ແລະ ເອົາໃຈໃສ່ຕິດຕາມຈາກທົ່ວໂລກ ໂດຍສະ ເພາະບັນດາປະເທດໃຫຍ່ທີ່ມີການແຂ່ງຂັນທາງດ້ານເສດຖະ ກິດກັບຈີນຍິ່ງຕ້ອງເອົາໃຈໃສ່ຕິດຕາມເປັນພິເສດ.
ສໍາລັບປະເທດລາວ ທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ມີສາຍພົວພັນມິດ ຕະພາບອັນເປັນມູນເຊື້ອກັບຈີນມາແຕ່ດົນ ນານ, ທັງມີການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍມີຄວາມສົນໃຈ ຕິດຕາມການດໍາເນີນກອງປະຊຸມ “ສອງສະພາ” ແຫ່ງຊາດຈີນໃນແຕ່ລະປີຢ່າງໃກ້ສິດ ເພາະຖືເປັນໂອກາດດີໃຫ້ປະເທດລາວໃນການສຶກສາ ແລະ ຖອດຖອນບົດຮຽນດ້ານວຽກງານພັດທະນາເສດຖະກິດ-ສັງຄົມຂອງຈີນ ກໍຄື ການສ້າງສາພັດທະນາປະເທດຊາດຈີນ ໃຫ້ບັນລຸເປົ້າໝາຍສ້າງສັງຄົມນິຍົມຕາມສີສັນຈີນທີ່ທັນສະໄໝ, ເຂັ້ມແຂງ, ມີປະຊາ ທິປະໄຕ, ຄວາມສີວິໄລ, ປອງດອງ ແລະ ສວຍງາມ.
BT, ວສລ