ຄວາມດຸໝັ່ນຂະຫຍັນພຽນ ຄືປັດໄຈທີ່ຄົນເຮົາ ຂາດບໍ່ໄດ້ໃນການ ດຳລົງ ຊີວິດ ຢູ່ບ້ານໃດ, ຄອບຄົວໃດມີຄວາມດຸໝັ່ນບ້ານນັ້ນ ແລະ ຄອບ ຄົວນັ້ນ ກໍມີຢູ່ມີກິນກ້າວສູ່ການລຶບລ້າງຄວາມທຸກຍາກ ເທື່ອລະກ້າວ ໜຶ່ງໃນນັ້ນ ຄອບຄົວຂອງ ທ່ານ ສີທາ ແກ້ວປະເສີດ ແມ່ນຄອບຄົວໜຶ່ງ ທີ່ມີຄວາມດຸ ໝັ່ນທຳການຜະລິດກະສິກຳ ແລະ ຮູ້ນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃນການ ປູກໝາກກ້ຽງ ເຊິ່ງເລີ່ມປູກມາແຕ່ປີ 2015 ເປັນຕົ້ນມາຮອດປັດ ຈຸບັນ ສາມາດສ້າງລາຍຮັບເຂົ້າຄອບຄົວຈາກການຂາຍໝາກກ້ຽງປີລະຫລາຍສິບລ້ານກີບ.
ທ່ານ ສີທາ ແກ້ວປະເສີດ ອາຍຸ 39 ປີ ໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະ ຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງແມດ ຄັ້ງທີ V ວ່າ: ໃນການປູກໝາກ ກ້ຽງເປັນສີນຄ້າ ຂ້າພະເຈົ້າເປັນຄົນພື້ນຖານຢູ່ບ້ານ ຫາດຍາວ ເມືອງແມດ ແຂວງວຽງຈັນ ຄອບຄົວມີ 5 ຄົນ, ແຮງງານຕົ້ນຕໍ ມີ 3 ແຮງງານ, ຄອບຄົວ ຂ້າພະເຈົ້າແມ່ນຍຶດຖືອາຊີບພະນັກງານສັງກັດຢູ່ຫ້ອງການພາຍໃນເມືອງ, ອາຊີບສຳຮອງ ແມ່ນປູກໝາກກ້ຽງ ໃຊ້ເວລາຫວ່າງຈາກໂມງເລີກການ ບວກໃສ່ຕົນເອງມີພອນສະຫວັນ ໃນການປູກໝາກກ້ຽງນ້ອຍ. ໃນປີ 2015 ໄດ້ເລີ່ມປູກໝາກກ້ຽງ 1,5 ເຮັດຕາ, ລົງທຶນປູກໃນເບື້ອງຕົ້ນ, ຊື້ເບ້ຍ, ຝຸ່ນ , (ປຸຍ) ຫລັກຮົ້ວ, ເຫລັກໜາມ, ຊື້ຈັກຕັດຫຍ້າ ແລະ ຈັກສີດຢາບຳລຸງ ລວມ ເປັນເງິນ 25.000.000 ກີບ, ຮັບໃຊ້ການບົວລະບັດຮັກສາ 5 ປີ. ມາຮອດ ຕົ້ນປີ 2020 ຈຶ່ງໄດ້ເກັບຜົນຜະລິດ (ໝາກກ້ຽງ) ຂາຍໄດ້ເປັນເງິນ 55.000.000 ກີບ,ປີ 2021 ຂ້າພະເຈົ້າລົງທຶນຊື້ຢາບຳລຸງ, ປຸຍ, ບົວລະບັດ ຮັກສາ ເປັນເງິນ 3.000.000 ກີບ, ເກັບຜົນຜະລິດ ( ໝາກກ້ຽງ) ຂາຍໄດ້ ເປັນເງິນ 75.000.000 ກີບ,ປີ 2022 ໄດ້ລົງທຶນຊື້ຢາບຳລຸງ, ຂີ້ເຈຍມາໃສ່, ບົວລະບັດຮັກສາ ເປັນເງິນ 3.000.000 ກີບ, ສາມາດເກັບຜົນຜະລິດ (ໝາກ ກ້ຽງ) ຂາຍໄດ້ເປັນເງິນ 85.000.000 ກີບ,ປີ 2023 ,ໄດ້ລົງທຶນຊື້ຢາບຳລຸງ, ປຸຍມາໃສ່ເປັນເງິນ 5.000.000 ກີບ, ສາມາດເກັບຜົນຜະລິດ ( ໝາກກ້ຽງ) ຂາຍໄດ້ເປັນເງິນ 90.000.000 ກີບ. ສ່ວນການຂາຍຜົນຜະລິດ ແມ່ນມີແມ່ ຄ້າເຂົ້າມາເກັບຊື້ຢູ່ໃນສວນ ແລະ ສົ່ງຕາມຮ້ານທົ່ວໄປ ຢູ່ພາຍໃນເມືອງ, ພາຍຫລັງທີ່ລົບ ຕົ້ນທຶນອອກ ໃນແຕ່ລະປີ ສາມາດສ້າງລາຍ ຮັບເຂົ້າ ຄອບຄົວເປັນເງິນ 85.000.000 ກີບ/ປີເຮັດໃຫ້ຊີວິດການ ເປັນຢູ່ ຂອງຄອບ ຄົວຂ້າພະເຈົ້າດີຂຶ້ນກວ່າເກົ່າ.

ທ່ານ ສີທາ ແກ້ວປະເສີດ ກ່າວອີກວ່າ: ສາເຫດທີ່ຕົນ ເອງຕັດສິນໃຈ ປູກ ໝາກກ້ຽງຂາຍກໍ່ຍ້ອນເຫັນແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງວາງອອກ, ການຊຸກຍູ້ສົ່ງເສີມຈາກຄະນະພັກ, ອົງການປົກຄອງ ເມືອງ ທຸກຂັ້ນໃຫ້ການແນະນຳໂດຍສະເພາະຂະແໜງການທີ່ກ່ຽວຂ້ອງ ໄດ້ຊຸກຍູ້ ສົ່ງເສີມສ້າງເງື່ອນໄຂອຳນວຍຄວາມສະດວກ,ໃຫ້ບົດ ຮຽນ ເລີ່ມຕົ້ນຈາກ ການລິເລີ່ມກ້າວໄປສູ່ການຜະລິດກະສິກຳເປັນສິນຄ້າ ເຮັດໃຫ້ທຸລະກິດ ຄອບຄົວຂອງຂ້າພະເຈົ້າມີການພັດທະນາດີຂຶ້ນເປັນກ້າວໆ ແລະ ສິ່ງທີ່ ສຳຄັນແມ່ນການຕັດສິນໃຈ, ມີຄວາມດຸໝັ່ນອົດທົນ ຈຶ່ງເຮັດໃຫ້ ຄອບຄົວ ຂ້າພະເຈົ້າປະສົບຜົນສຳເລັດ ກາຍເປັນຄອບຄົວຕົວແບບ.
ເຖິງວ່າຈະໄດ້ຮັບໝາກຜົນທີ່ກ່າວມາຂ້າງເທິງນັ້ນກໍ່ຕາມ ຖ້າທຽບໃສ່ ຄວາມຮຽກຮ້ອງຕ້ອງການ ເຫັນວ່າຂ້າພະເຈົ້າຍັງມີຄວາມຈຳເປັນຈະ ໄດ້ ປັບປຸງຄວາມຮູ້ ຫລື ຝຶກອົບຮົມແລກປ່ຽນບົດຮຽນ, ເຕັກນິກອັນໃໝ່ໆ ຕື່ມອີກ ຂ້າພະເຈົ້າພ້ອມແລ້ວທີ່ຈະເຜີຍແຜ່ບົດຮຽນ ແລະ ວິທີການ, ປະ ສົບການໃຫ້ກັບຄອບຄົວອື່ນໆທີ່ສົນໃຈຢາກປູກໝາກກ້ຽງເປັນສິນຄ້າ.
(ຂໍ້ມູນຈາກແຂວງວຽງຈັນ)