ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ຢູ່ ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ກອງປະຊຸມເວທີອະນາຄົດອາຊຽນ ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ຈັດຂຶ້ນເພື່ອລະດົມຄວາມຄິດຄວາມເຫັນ ຈາກພາກລັດ ກໍຄື ບັນດາຜູ້ນຳ, ພາກເອກະຊົນ, ຊາວໝຸ່ມ ແລະ ນັກຄົ້ນຄວ້າຈາກພາກພື້ນ ແລະ ນອກພາກພື້ນ ເພື່ອຮັດແໜ້ນການຮ່ວມມື ໃນການສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງໃນອະນາຄົດ.

ກອງປະຊຸມໃນຄັ້ງນີ້, ແນໃສ່ລະດົມຄວາມຄິດຄວາມເຫັນ ໃນການຮັບມືກັບສິ່ງທ້າທາຍ ໃນສະພາບຂອງໂລກພວມຜັນແປ ແລະ ຍາດໄດ້ກາລະໂອກາດ ເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໃນທົດສະຫວັດຕໍ່ໜ້າ ໂດຍຜ່ານ ການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2045 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ຈະຈັດຂຶ້ນໃນເດືອນພຶດສະພາ 2025 ນີ້ ທີ່ມາເລເຊຍ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ໃນພິທີເປີດກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດກອງປະຊຸມດັ່ງກ່າວ ເຊິ່ງເປັນເວທີສຳຄັນຂອງພາກພື້ນ ແລະ ໄດ້ຢໍ້າວ່າ ຄຳຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ຜັນແປ” ແມ່ນສອດຄ່ອງ ແລະ ແທດເໝາະກັບ ທ່າອ່ຽງ ກໍຄື ສະພາບການຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນ ສິ່ງທ້າທາຍ ທີ່ເກີດຈາກ ການພັດທະນາ ເຕັກໂນໂລຊີ ໂດຍສະເພາະປັນຍາປະດິດ ຫລື AI, ການຫັນເປັນດີຈິຕອນ, ບັນຫາການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດ ລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ, ບັນຫາເສດຖະກິດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ບັນຫາອື່ນໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນໂລກ. ຕໍ່ສະພາບການດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນວ່າ ອາຊຽນ ຕ້ອງໄດ້ສືບຕໍ່ຮ່ວມມືກັນເສີມສ້າງຄວາມເຂັ້ມແຂງຂອງຕົນ ກໍຄື ຂອງບັນດາປະເທດສະມາຊິກອາຊຽນ ຄືດັ່ງ ບູລິມະສິດຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ພາຍໃຕ້ຄຳຂວັນ “ຮັດແໜ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອເຮັດໃຫ້ອາຊຽນສາມາດຮັບມືກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໄດ້ຢ່າງມີປະສິດ ທິພາບ ແລະ ມີປະສິດທິຜົນ ແລະ ກ້າວໄປພ້ອມກັນ ໄປສູ່ປະຊາຄົມທີ່ມີຄວາມເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ.
ຂ່າວ-ພາບ: ກຕທ