ອະນຸກໍາມະການໂຄສະນາ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ຈັດພິທີທົດລອງການສະແດງສິລະປະ-ວັດທະນະທໍາ ກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ (ຄັ້ງທີ 1) ໃນວັນທີ 24 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຝຶກຊ້ອມ ເຊິ່ງນັກສິລະປິນມາຈາກຫລາຍພາກສ່ວນ ໄດ້ປະກອບເຂົ້າກັນ ປະມານ 300 ກວ່າຄົນ.
ເຊິ່ງການຝຶກຊ້ອມໄດ້ພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແຕ່ຄະນະຮັບຜິດຊອບ ແລະ ນັກສິລະປິນ ກໍມີຄວາມພ້ອມທີ່ຈະສະແດງຮັບໃຊ້ວັນສໍາຄັນໃນປີ 2025, ການສະແດງໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມເສບວົງດົນຕີ ຊິມໂຟນີ້ (ອໍແກດສະຕຣາ) ໃນຫົວຂໍ້: ຮັກບ້ານເກີດ ແລະ ພາກທີ 2 ຊົມການສະແດງປະສົມປະສານລະຫວ່າງດົນຕີ ຟ້ອນ ຮ້ອງເພງ ລະຄອນ ກາຍຍະສິນ ປະກອບພາບ ແສງ ສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ ແລະ ຜ່ານການທົດລອງສະແດງອອກມາແມ່ນມີເນື້ອໃນ ແລະ ງົດງາມປະທັບໃຈ.
ຂ່າວ-ພາບ: ສນຊ