Home ຂ່າວການເມືອງ ບາງທັດສະນະຂອງນັກລົງທຶນຕ່າງປະເທດ ຕໍ່ການນຳພາຂອງ ພັກ ປປ ລາວ

ບາງທັດສະນະຂອງນັກລົງທຶນຕ່າງປະເທດ ຕໍ່ການນຳພາຂອງ ພັກ ປປ ລາວ

0

ໃນໂອກາດ ກຽມສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທ່ານ ເສີນ ຊຽງ ປະທານໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ສະແດງຄວາມຊົມເຊີຍ ຕໍ່ພັກປະຊາຊົນ ປະຕິວັດລາວ ຕະຫລອດ 70 ປີ ແຫ່ງການນຳພາຮອບດ້ານ ໂດຍສະເພາະໃນຂົງເຂດເສດຖະ ກິດ-ສັງຄົມ ພັກໄດ້ປະຕິບັດນະໂຍບາຍເປີດກວ້າງການລົງທຶນຕ່າງປະເທດ, ຊຸກຍູ້ການເປີດກວ້າງທາງດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ.

ຕະຫລອດໄລຍະຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນຳພາພັດທະນາເສດຖະກິດຂອງປະເທດ ດ້ວຍການວາງແນວທາງແຜນນະໂຍບາຍ, ນຳພາຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ແນວທາງແຜນນະໂຍບາຍ ໃນຂົງເຂດການຄ້າ, ການລົງທຶນ ເພື່ອນຳເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ ເຊິ່ງໄດ້ມີຜົນສຳເລັດ ທີ່ເປັນຮູບປະທຳຫລາຍດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ດີຂຶ້ນຫລາຍເທົ່າເມື່ອທຽບກັບກ່ອນມີພັກນຳພາ.

ທ່ານ ເສີນ ຊຽງ ຍັງໃຫ້ຮູ້ອີກວ່າ: ໂຮງແຮມລາດຊະວົງ ວັນດ້າວິສຕ້າ ເປັນໂຮງແຮມທີ່ສູງທີ່ສຸດໃນນະຄອນຫລວງວຽງຈັນ ມີຄວາມສູງຈາກໜ້າດິນ 138 ແມັດ, ຊັ້ນທີ 37 ເປັນສະກາຍບາ ເປີດບໍລິການທຸກໆວັນ ເລີ່ມ 18:00-23:00ໂມງ. ປັດຈຸບັນ, ໂຮງແຮມໄດ້ເປີດໃຫ້ບໍລິການແລ້ວຢ່າງເຕັມຮູບແບບ ເຊັ່ນ: ການບໍລິການຫ້ອງພັກ, ອາຫານ ແລະ ເຄື່ອງດື່ມ. ນອກນີ້, ຍັງຮັບຈັດງານ ພາຍໃນໂຮງແຮມ ແລະ ນອກສະຖານທີ່. ໃນຕໍ່ໜ້າ ໂຮງແຮມ ລາດຊະວົງ ວັນດາ ວິສຕ້າ ຈະພັດທະນາ ແລະ ຍົກລະດັບການບໍລິການຮອບດ້ານ ກ້າວສູ່ສາກົນ ໄປພ້ອມກັບການສົ່ງເສີມພັດທະນາພະນັກງານພາຍໃນ ໃຫ້ມີຄວາມຮູ້, ຄວາມສາມາດ ຄຽງຄູ່ກັນກັບການສົ່ງເສີມວັດຖຸດິບຈາກທ້ອງຖິ່ນ, ຊື້ສິນຄ້າພາຍໃນປະເທດ, ສົ່ງເສີມວັດຖຸດິບແບບທໍາມະຊາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ໂອກາດນີ້, ທ່ານ ເສີນ ຊຽງ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ ແລະ ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອໃນດ້ານຕ່າງໆມາໂດຍຕະຫລອດ ເຮັດໃຫ້ໂຮງແຮມລາດຊະວົງ ວັນດ້າວິສຕ້າ ສາມາດເປີດໃຫ້ບໍລິການຮັບໃຊ້ສັງຄົມ. ພ້ອມທັງຖືໂອກາດນີ້, ອວຍພອນ ໃຫ້ການນຳ ພັກ, ລັດ ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ ນຳພາ-ຊີ້ນຳປະເທດຊາດ ໃຫ້ຈະເລີນກ້າວໜ້າ ຂຶ້ນຢ່າງບໍ່ຢຸດຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version