Home ຂ່າວໜ້າໜຶ່ງ ເພີ່ມທະວີຄວາມສາມັກຄີ, ປະສິດທິພາບຂອງການຮ່ວມມືເຊື່ອມໂຍງ ລາວ-ຫວຽດນາ-ກໍາປູເຈຍ ໄລຍະແຫ່ງການພັດທະນາໃໝ່

ເພີ່ມທະວີຄວາມສາມັກຄີ, ປະສິດທິພາບຂອງການຮ່ວມມືເຊື່ອມໂຍງ ລາວ-ຫວຽດນາ-ກໍາປູເຈຍ ໄລຍະແຫ່ງການພັດທະນາໃໝ່

0

ໃນວັນທີ 22 ກຸມພາ 2025 ຢູ່ນະຄອນໂຮ່ຈີມິງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວໄດ້ພົບປະສຸດຍອດຂັ້ນສູງກັບ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງແຫ່ງຣາຊະອານາ ຈັກກໍາປູເຈຍ, ພ້ອມນີ້ຍັງມີ ນາຍົກລັດຖະມົນຕີທັງສາມປະເທດ ລາວ-ຫວຽກນາມ-ກໍາປູເຈຍ ເຂົ້າຮ່ວມ.

ໃນການພົບປະ, ສາມການນໍາສູງສຸດຂອງສາມພັກ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ໃນໄລຍະມໍ່ໆມານີ້, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະ ເທດ ໃນປີທີ່ຜ່ານມາ; ຕີລາຄາໝາກຜົນຂອງການຮ່ວມມື ແລະ ວາງທິດທາງການຮ່ວມມື ລະຫວ່າງ ສາມພັກ, ສາມປະເທດ ໃນຕໍ່ໜ້າ. ສາມການນໍາສູງສຸດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສາມ ພັກ, ສາມປະເທດ ສາມາດຍາດມາໄດ້ ເປັນຕົ້ນແມ່ນ ຮັບປະກັນໄດ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໝັ້ນຄົງ ແລະ ນັບມື້ນັບໄດ້ຮັບການ ປັງປຸງເທື່ອລະກ້າວ; ສາມຝ່າຍ ເນັ້ນໜັກວ່າ ສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນ ແລະ ມີຄວາມໝາຍຍຸດທະສາດ ລະຫວ່າງສາມປະເທດ, ເນັ້ນໜັກເຖິງສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງປະເທດນີ້ ກໍຈະ ເປັນ ສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງອີກສອງປະເທດທີ່ຍັງເຫລືອ, ພ້ອມກັນນັ້ນ ກໍຢືນຢັນຕໍ່ກັບນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສາມພັກ, ສາມປະເທດ ເຊິ່ງຍາມໃດກໍໃຫ້ບຸລິມະສິດອັນ ດັບຕົ້ນແກ່ການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ; ສາມການນໍາສູງສຸດ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ ສາມປະເທດສາມາດ ບັນລຸໄດ້ຫລາຍຜົນສໍາເລັດເປັນທີ່ເພິ່ງພໍໃຈ ແລະ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ. ໃນນັ້ນ, ການພົວພັນທາງດ້ານການເມືອງ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນສາມພັກ, ມີບົດບາດໃນການກໍານົດ ທິດໃຫ້ແກ່ການພົວພັນຂອງສາມປະເທດ; ການພົວພັນທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສຶກສາ, ວິທະ ຍາສາດ-ເຕັກໂນໂລຊີ ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າ.

ໃນທ່າມກາງສະພາບການພາກພື້ນ ແລະ ໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ຍາກ, ສາມຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ເຮັດໃຫ້ການພົວພັນລະຫວ່າງ ສາມພັກ, ສາມປະເທດ ເລິກເຊິ່ງຮອບດ້ານ ແລະ ເປີດກວ້າງໃຫ້ຫລາຍຂຶ້ນກວ່າເກົ່າ, ຮັດແໜ້ນ, ໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການພົວພັນລະຫວ່າງບັນ ດາສະຫາຍການນໍາຂັ້ນສູງ; ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີທີ່ສະໜິດສະໜົມລະຫວ່າງ ສາມປະເທດ, ຖືສິ່ງດັ່ງກ່າວ ເປັນມໍລະດົກອັນລໍ້າຄ່າ, ເປັນກົດເກນພາວະວິໄສ ສໍາລັບ ການຮັບປະກັນແວດລ້ອມ ສັນຕິພາບ, ຄວາມສະຫງົບ ແລະ ພັດທະນາຂອງແຕ່ລະປະເທດ; ເຫັນດີເປັນເອກະພາບ ຮັກສາ ແລະ ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະແມ່ນຄົນຮຸ່ນໜຸ່ມໃຫ້ເຂົ້າໃຈແຈ້ງ ແລະ ຈົດຈໍາມູນເຊື້ອຄວາມສາມັກຄີອັນສະໜິດແໜ້ນນີ້ໄວ້ຕະຫລອດໄປ.

ສາມຝ່າຍ ຍັງເຫັນດີເປັນເອກະພາບ ປັບປຸງເສົາຄໍ້າການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນການຮັບມືຢ່າງມີປະສິດທິຜົນ ຕໍ່ກັບບັນດາສິ່ງທ້າທາຍ ຄວາມບໍ່ສະຫງົບຮູບແບບເກົ່າ ແລະ ຮູບແບບ ໃໝ່; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ໃຫ້ຄໍາປຶກສາຫາລື, ປະສານສົມທົບຢ່າງສະໜິດແໜ້ນ, ສະໜັບສະ ໜູນ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງກັນ ແລະ ກັນ, ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍລວມ; ສາມການ ນໍາສູງສຸດ ເນັ້ນໜັກເຖິງການສືບຕໍ່ສ້າງບາດກ້າວບຸກທະລຸ ໃນການຮ່ວມມືທາງດ້ານເສດຖະກິດ, ຍູ້ແຮງການ ເຊື່ອມຈອດສາມພື້ນຖານເສດຖະກິດ ເປັນຕົ້ນແມ່ນ ການເຊື່ອມຈອດດ້ານຄົມມະນາຄົມ, ການຄ້າ, ການທ່ອງທ່ຽວ; ຍູ້ແຮງການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ບົນພື້ນນຖານການເສີມຂະຫຍາຍ ຄວາມອາດສາມາດ, ທ່າແຮງຂອງແຕ່ລະປະເທດ; ສາມການນໍາສູງສຸດ ເຫັນດີເປັນເອກະພາບ ເສີມຂະຫຍາຍຢ່າງ ມີປະສິດທິຜົນ ບັນດາກົນໄກ, ຮູບແບບການຮ່ວມມືທີ່ມີຢູ່ໃນປັດຈຸບັນ, ສືບຕໍ່ແລກປ່ຽນ, ຊອກຫາຮູບແບບວິທີໃໝ່ ເພື່ອເຮັດໃຫ້ການຮ່ວມມືນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ, ແທດຕົວຈິງ ເພື່ອຜົນປະໂຫຍດຂອງແຕ່ລະປະ ເທດ ແລະ ຜົນປະໂຫຍດ ລວມຂອງປະຊາຊົນສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.

ໃນໂອກາດດຽວກັນນີ້, ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ປະທານພັກປະຊາຊົນກໍາ ປູເຈຍ ສົມເດັດ ເຕໂຈ ຮຸນເຊນ ໄດ້ສົ່ງຄໍາອວຍພອນໄຊ ແດ່ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ ເນື່ອງໃນໂອກາດ ປີ 2025 ເປັນປີສະເຫລີມສະຫລອງວັນປົດປ່ອຍ ພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025), ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/ 2025).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version