ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນວັນທີ 20-21 ກຸມພາ 2025 ທີ່ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ມີ ຮອງປະທານອົງການກວດສອບແຫ່ງລັດ ປະທານ-ຮອງປະທານອົງການກວດສອບປະຈຳພາກ ພະນັກງານຫຼັກແຫຼ່ງອົງການກວດສອບສູນກາງ ແລະ ອົງການກວດສອບປະຈຳພາກ ເຂົ້າຮ່ວມ.
ທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວວ່າ:ກອງປະຊຸມວຽກງານອົງການກວດສອບແຫ່ງລັດ ປະຈຳປີ ເປັນກອງປະຊຸມໜຶ່ງ ທີ່ມີຄວາມໝາຍສຳຄັນຍິ່ງ ທັງເປັນໂອກາດອັນດີທີ່ຈະໄດ້ພ້ອມກັນຕີລາຄາຄືນການປະຕິບັດວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ໃນປີຜ່ານມາ ໂດຍສະເພາະ ຜົນສຳເລັດທີ່ຍາດມາໄດ້ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກໍານົດທິດທາງແຜນການເຄື່ອນໄຫວ ແລະ ວິທີການປັບປຸງແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງຢ່າງລົງເລິກເຖິງຖອງ.

ບັນຫາສຳຄັນ ທີ່ ຈະໄດ້ນຳມາປຶກສາຫາລືລວມມີ: ສິ່ງທ້າທາຍໃນການດຳເນີນການກວດສອບ ກໍຄືມາດຕະການແນະນໍາການແກ້ໄຂຜົນການກວດສອບ ແລະ ກົນໄກການຕິດຕາມ ຊຸກຍູ້ ການແກ້ໄຂຜົນການກວດສອບ ໃຫ້ມີການແກ້ໄຂຢ່າງຕັ້ງໜ້າ ທີ່ກວມໃນອັດຕາສ່ວນຫຼາຍຂຶ້ນກວ່າເກົ່າ ວຽກງານອື່ນໆທີ່ປິ່ນອ້ອມ ລວມທັງ ຂັ້ນຂອດການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ ອົງການກວດສອບປະຈໍາພາກ ກັບ ອົງການປົກຄອງຂັ້ນສູນກາງ ອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໂລ່ງລ່ຽນກົມກຽວ ແລະ ຮັບປະກັນຄຸນນະພາບ ແນ່ໃສ່ເຮັດໃຫ້ການຄຸ້ມຄອງ ແລະ ການນຳໃຊ້ງົບປະມານຊັບສິນຂອງລັດໃຫ້ມີຄວາມໂປ່ງໃສ ຖືກຕ້ອງຕາມລະບຽບກົດໝາຍ ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີມະຕິຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ສະບັບເລກທີ 140/ສພຊ ລົງວັນທີ 11 ທັນວາ 2024 ໃນປີ 2025 ອົງການກວດສອບແຫ່ງລັດຈະໄດ້ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ດໍາເນີນການກວດສອບ ຈໍານວນ 154 ເປົ້າໝາຍ ໃນນັ້ນ: ອົງການກວດສອບແຫ່ງລັດ ຂັ້ນສູນກາງ ຈໍານວນ 76 ເປົ້າ ໝາຍ (ກວດສອບອົງການຈັດຕັ້ງລັດ 28 ເປົ້າໝາຍ ທະນາຄານ 15 ເປົ້າໝາຍ ວິສາຫະກິດລັດ 15 ເປົ້າໝາຍ ແລະ ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 18 ເປົ້າໝາຍ) ແລະ ອົງການກວດສອບປະຈໍາ 5 ພາກ ຈໍານວນ 78 ເປົ້າໝາຍ (ພາກເໜືອ 1 ຈໍານວນ 16 ເປົ້າໝາຍ ພາກເໜືອ 2 ຈໍານວນ 12 ເປົ້າໝາຍ ພາກກາງ 1 ຈໍານວນ 18 ເປົ້າໝາຍ ພາກກາງ 2 ຈໍານວນ 12 ເປົ້າໝາຍ ພາກໃຕ້ ຈໍານວນ 20 ເປົ້າໝາຍ) ທີ່ກ່າວມາຂ້າງຕົ້ນຕ້ອງໄດ້ສູ້ຊົນດຳເນີນການກວດສອບໃຫ້ສຳເລັດ ພ້ອມທັງຮັບປະກັນຄຸນນະພາບຜົນການກວດສອບໃຫ້ມີຄວາມຄົບຖ້ວນ ຊັດເຈນ ສາມາດຕີລາຄາບັນຫາໃຫ້ຖືກຕ້ອງ ພາວະວິໄສ ມີວິທະຍາສາດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.