ໃນຕອນເຊົ້າຂອງວັນທີ 20 ກຸມພາ 2025 ຢູ່ທີ່່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນ ຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2024 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບັນດິດ. ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມທັງໝົດ 265 ທ່ານ.

ໃນພິທີດັ່ງກ່າວ ທ່ານ ອາລຸນນະເດດ ບານຈິດ ຄະນະປະຈຳພັກ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະ ຫາຊົນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານດຳເນີນທຸລະກິດໃນປີ 2024 ແລະ ທິດທາງແຜນການໃນປີ 2025 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາເປັນ ຕົ້ນແມ່ນ: ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາ ຄົມມີມູນຄ່າທັງໝົດ 15.74 ລ້ານໂດລາສະຫະລັດ; ປັດຈຸບັນ ລລທ ມີສະຖານີມືຖື 2G, 3G, 4G, 4.5G ຄວບຄຸມພື້ນທີ່ປະຊາກອນທົ່ວປະເທດ ແລະ ນອກຈາກນັ້ນຍັງມີ 5G ໃຫ້ບໍລິ ການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ.
ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ກຸ່ມບໍລິສັດ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າ ໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າໃຊ້ບໍລິການຕົວຈິງ MBB ແລະ FBB ຈໍານວນ 3.3 ລ້ານກ່ວາເລກໝາຍ; ໃນປີ 2024 ຜ່ານມາກຸ່ມບໍລິສັດສາມາດສ້າງລາຍຮັບໄດ້ທັງໝົດ 2,397.93 ຕື້ກີບ (ບໍ່ລວມອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 549.75 ຕື້ກີບ, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍ ບາຍສະຫວັດດີການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາ ເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະ ຖຳຕໍ່ອົງຈັດຕັ້ງຂອງພັກ-ລັດ, ສັງຄົມ, ການສຶກສາ ແລະ ສະໜອງການບໍລິການເຂົ້າໃນກອງປະຊຸມລະດັບຊາດ (ASEAN) ທີ່ ສປປ ລາວ ເປັນເຈົ້າພາບ ລວມມູນຄ່າທັງໝົດ 12 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຈຳນວນໜຶ່ງໃນມູນຄ່າຫຼາຍຕື້ກີບ.
ແຜນການປີ 2025 ນີ້, ລາວ ໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່,ຈະສ້າງລາຍຮັບໃຫ້ໄດ້ທັງ ໝົດ 2,624.68 ຕື້ກີບ, ທຽບໃສ່ປີ 2024 ເພີ່ມຂຶ້ນ 9.26% ຄາດຄະເນກໍາໄລສຸດທິໃຫ້ໄດ້ 612.29 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 597.09 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 17.29 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະ ກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.