Home ຂ່າວຕ່າງປະເທດ ຈີນ ເປີດກວ້າງຂອບເຂດການຍົກເວັ້ນວີຊາ ໄດ້ດຶງດູດນັກທ່ອງທ່ຽວ ຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຂົ້າມາທ່ຽວຈີນ ຫລາຍຂຶ້ນກວ່າເກົ່າ

ຈີນ ເປີດກວ້າງຂອບເຂດການຍົກເວັ້ນວີຊາ ໄດ້ດຶງດູດນັກທ່ອງທ່ຽວ ຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຂົ້າມາທ່ຽວຈີນ ຫລາຍຂຶ້ນກວ່າເກົ່າ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ສຳນັກງານການກວດຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ອອກຖະແຫລງການວ່າ: ນັບແຕ່ວັນທີ 10 ກຸມພາ ນີ້ເປັນຕົ້ນໄປ, ຄະນະນັກທ່ອງທ່ຽວທີ່ມີ 2 ຄົນ ແລະ ຫລາຍກວ່າ 2 ຄົນຂຶ້ນໄປ ຈາກ 10 ປະເທດອາຊຽນ ຄື: ລາວ, ມາເລເຊຍ, ອິນໂດເນເຊຍ, ໄທ, ຟີລິບປິນ, ສິງກະໂປ, ບຣູໄນ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ທີ່ຖືໜັງສື ຜ່ານແດນທຳມະດາ ແລະ ຈັດຕັ້ງຕ້ອນຮັບໂດຍ ບໍລິສັດທ່ອງທ່ຽວຂອງຈີນ ສາມາດເຂົ້າ-ອອກ ແບບຍົກເວັ້ນວີຊາຜ່ານດ່ານສະໜາມບິນສາກົນກາຊາ ສິບສອງພັ່ນນາ, ດ່ານທາງລົດໄຟ ບໍ່ຫານ ແລະ ດ່ານທາງຫລວງບໍ່ຫານ, ຂອບເຂດການທ່ອງທ່ຽວແມ່ນກິ່ງ ແຂວງສິບສອງພັ່ນນາ ແລະ ໄລຍະ ເວລາທ່ອງທ່ຽວແມ່ນບໍ່ໃຫ້ເກີນ 6 ວັນ. ນະໂຍບາຍດັ່ງກ່າວເປັນນະໂຍບາຍ ສຳຄັນທີ່ຈີນ ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າການ ເຊິ່ງບໍ່ພຽງແຕ່ໄດ້ອຳນວຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ເທົ່ານັ້ນ, ຫາກຍັງໄດ້ເພີ່ມຄວາມມີຊີວິດຊີວາ ໃຫ້ແກ່ການທ່ອງທ່ຽວຂ້າມຊາດຕາມທາງລົດໄຟ ລາວ-ຈີນ ອີກດ້ວຍ.

ໃນຊຸມປີຜ່ານມາ, ຄຽງຄູ່ກັບຂະແໜງການທ່ອງທ່ຽວຂອງຈີນ ໄດ້ຮັບການພັດທະນາຢ່າງວ່ອງໄວ, ການດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຈີນ ໄດ້ກາຍເປັນຈຸດເຕີບໂຕໃໝ່ເປັນກ້າວໆ. ການປະຕິບັດ ນະໂຍບາຍຍົກເວັ້ນວີຊາຄັ້ງນີ້ໄດ້ເພີ່ມພະລັງຂັບເຄື່ອນໃຫ້ແກ່ຕະຫລາດການທ່ອງທ່ຽວ ຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ ຢ່າງແຂງແຮງແບບບໍ່ມີ ຫຍັງຕ້ອງສົງໄສເລີຍ, ອີງຕາມສະຖິຕິຕົວເລກຂໍ້ມູນທາງອິນເຕີເນັດ ສະແດງໃຫ້ເຫັນວ່າ: ພາຍຫລັງໄດ້ປະຕິບັດນະໂຍບາຍດັ່ງກ່າວເປັນເວລາ ພຽງ 1 ຊົ່ວໂມງເທົ່ານັ້ນ, ຊາວເນັດຢູ່ບັນດາປະເທດອາຊີຕາເວັນອອກ ສຽງໃຕ້ ໄດ້ຄົ້ນຫາ ສິບສອງພັ່ນນາຂອງຈີນ ເພີ່ມຂຶ້ນ 37%. ສ່ວນນັບແຕ່ ຕົ້ນປີ ຫາ ວັນທີ 9 ກຸມພາ ນີ້, ຈຳນວນໃບສັ່ງຈອງໄປທ່ຽວສິບສອງພັ່ນນາ ຂອງນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມ ຂຶ້ນຫລາຍກວ່າ 250%. ໃນມື້ຕໍ່ມາ, ຂະບວນລົດໄຟ D87 ຕາມທາງລົດໄຟ ລາວ-ຈີນ ກໍໄດ້ປາກົດມີຄະນະນັກທ່ອງທ່ຽວຈາກ ລາວ, ໄທ, ມາເລເຊຍ ແລະ ຫວຽດນາມ ຫລາຍຂຶ້ນກວ່າເກົ່າ. ຕົວເລກຂໍ້ມູນ ແລະ ສະພາບຕົວຈິງ ດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ນະໂຍບາຍຍົກເວັ້ນວີຊາ ໄດ້ເຮັດໃຫ້ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ຕ້ອງການເດີນທາງເຂົ້າມາທ່ຽວຈີນຢ່າງກະຕືລືລົ້ນ.

ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໄດ້ອຳນວຍຄວາມສະດວກໃນ ດ້ານການຄົມມະນາຄົມໃຫ້ແກ່ການທ່ອງທ່ຽວຂ້າມຊາດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້. ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ເຊື່ອມຕໍ່ ລາວ ແລະ ຈີນ ເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕໍ່ກັບເຄືອຂ່າຍຄົມມະນາຄົມຂອງໄທ ແລະ ຫວຽດນາມ ອີກດ້ວຍ. ປັດຈຸບັນ, ນັກທ່ອງທ່ຽວຈາກບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ສາມາດເຂົ້າມາທ່ຽວກິ່ງແຂວງສິບສອງພັ່ນນາ ໂດຍຜ່ານດ່ານທາງລົດໄຟ ບໍ່ຫານ-ບໍ່ເຕນ ແບບຍົກເວັ້ນວີຊາ ເຊິ່ງໄດ້ປະຢັດຕົ້ນທຶນ ແລະ ເວລາໃນການທ່ອງທ່ຽວ. ການເປີດນຳໃຊ້ ທາງລົດໄຟ ລາວ-ຈີນ ແລະ ການຍົກເວັ້ນວີຊາ ໄດ້ເຮັດໃຫ້ການທ່ອງທ່ຽວ ຂ້າມຊາດມີຄວາມສະດວກສະບາຍກວ່າເກົ່າ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວ ຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ເລືອກເດີນທາງມາທ່ຽວຈີນ ຕາມເສັ້ນທາງລົດໄຟສາຍນີ້.

ເພື່ອບໍລິການນັກທ່ອງທ່ຽວຂ້າມຊາດໃຫ້ດີຂຶ້ນກວ່າເກົ່າ, ທາງລົດໄຟ ລາວ-ຈີນ ຍັງໄດ້ໃຫ້ການບໍລິການດ້ານພາສາໃຫ້ແກ່ນັກທ່ອງທ່ຽວຕ່າງ ປະເທດ. ຂະນະດຽວກັນ, ໃນຖານະເປັນດ່ານທາງບົກສາທາລະນະສຸກສາກົນ ແຫ່ງທຳອິດ, ດ່ານທາງລົດໄຟບໍ່ຫານ ຂອງຈີນ ຍັງໄດ້ສ້າງຕັ້ງຈຸດກອບກູ້ ຊ່ວຍເຫລືອທາງການແພດສຸກເສີນໃນດ່ານ, ໄດ້ປະກອບຈັກກະຕຸ້ນຫົວໃຈ ຫລື AED, ການຕິດຕາມ ແລະ ປ້ອງກັນຫົວໃຈ ແລະ ຫີບໃສ່ຢາປະຖົມ ພະຍາບານ ແລະ ອື່ນໆ, ສະຖານີລົດໄຟຍັງໄດ້ຕິດຕັ້ງຕູ້ ATM ຢູ່ໃນສະຖານທີ່ ກວດຄົນເຂົ້າ-ອອກເມືອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການກົດເງິນ ຂອງຜູ້ໂດຍສານ.

ໃນອະນາຄົດ, ຄຽງຄູ່ກັບຈີນ ໄດ້ປະຕິບັດນະໂຍບາຍທີ່ຄ້າຍຄືກັນນັບມື້ ນັບຫລາຍຂຶ້ນ, ການທ່ອງທ່ຽວລະຫວ່າງ ຈີນ ແລະ ບັນດາປະເທດອາຊຽນ ອາດຈະໄດ້ພົວພັນກັນແໜ້ນແຟ້ນຂຶ້ນຕື່ມອີກ. ໃນຂະນະດຽວກັນ, ການພັດທະນາຊັບພະຍາກອນທ່ອງທ່ຽວຕາມທາງລົດໄຟ ລາວ-ຈີນ ກໍຈະພົບໂອກາດໃໝ່ ເຊິ່ງຈະສ້າງພື້ນທີ່ທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການ ຮ່ວມມືດ້ານການທ່ອງທ່ຽວຂ້າມຊາດລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version