ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ນຳໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈໍາ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະຫວັນນະເຂດ, ລວມທັງ ສຸກສາລາ ດອນນາໄຊ ແລະ ໂຮງໝໍເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ເພື່ອຕິດຕາມສັງເກດການ ການຮ່ວມມື ໃນວຽກງານປັບປຸງສຸຂະພາບ ແລະ ໂພຊະນາການຂອງ ແມ່ ແລະ ເດັກ ໃນ ສປປ ລາວ ເຊິ່ງການຮ່ວມມື ດັ່ງກ່າວ, ມີມູນຄ່າທັງໝົດ 1,48 ລ້ານໂດລາສະຫະລັດ ເຊິ່ງໄດ້ເລີ່ມມາແຕ່ເດືອນທັນວາ 2024 ເປັນຕົ້ນມາ ໂດຍມີຈຸດປະສົງໃນການແກ້ໄຂບັນຫາການຂາດສານອາຫານແບບຊ້ຳເຮື້ອ, ປັບປຸງສຸຂະພາບຂອງເດັກ ແລະ ເສີມສ້າງຄວາມເຂັ້ມແຂງຂອງການບໍລິການປົກປ້ອງເດັກ ໃນທົ່ວປະເທດ ໂດຍຈະໃຫ້ການສະໜັບສະໜູນແກ່ເດັກ ຫລາຍກວ່າ 22.000 ຄົນ.

ໂອກາດດັ່ງກ່າວ, ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ການຮ່ວມມືຂອງ ລັດຖະບານ ສປ ຈີນ ແລະ ອົງການອຸຍນີເຊບ ເຊິ່ງໄດ້ປະກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ ແລະ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ. ການຢ້ຽມຢາມ ໂຮງໝໍ ແລະ ສຸກສາລາ ຢູ່ແຂວງສະວັນນະເຂດ ໃນຄັ້ງນີ້ ເພື່ອສັງເກດການບໍລິການດ້ານສຸຂະພາບ ແລະ ໂພຊະນາການແບບປະສົມປະສານ ໃຫ້ກັບ ແມ່ ແລະ ເດັກ, ຕັ້ງແຕ່ການຝາກທ້ອງ ແລະ ການສັກຢາກັນພະຍາດ ສຳລັບແມ່ຍິງຖືພາ ຈົນເຖິງການວັດແທກຮ່າງກາຍ ດ້ວຍ ແຖບ MUAC ເພື່ອປະເມີນສະຖານະພາບດ້ານໂພຊະນາການຂອງເດັກນ້ອຍ ເຊັ່ນດຽວກັນກັບການໃຫ້ ອາຫານເສີມ ທາງການແພດ (RUTF) ເພື່ອປິ່ນປົວການຂາດສານອາຫານຮ້າຍແຮງ.
ທ່ານ ນາງ ຟາງ ຫົງ ໄດ້ກ່າວວ່າ: ການຢ້ຽມຢາມ ແຂວງສະຫວັນນະເຂດ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານສຸຂະພາບທີ່ຮີບດ່ວນທີ່ສຸດ ໃນ ສປປ ລາວ. ການຊ່ວຍເຫລືອດ້ານສຸຂະພາບຈາກ ສປ ຈີນ ຍັງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພວກເຮົາ ໃນຖານະໜຶ່ງໃນປະເທດຜູ້ນຳໂລກ ແລະ ຕໍ່ການປັບປຸງຊີວິດຂອງແມ່ຍິງ ແລະ ເດັກນ້ອຍລາວ.
ພ້ອມນີ້, ທ່ານ ບີລາລ ດູຣານິ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືທີ່ເຂັ້ມແຂງ ໃນການປັບປຸງສຸຂະພາບຂອງຊຸມຊົນ ເຊິ່ງການຢ້ຽມຢາມໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງວິທີການຮ່ວມມື, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການເສີມສ້າງຄວາມເຂັ້ມແຂງໃນລະບົບສາທາລະນະສຸກ ທ້ອງຖິ່ນ ສາມາດຊ່ວຍສ້າງການປ່ຽນແປງໃນທາງບວກໄດ້. ອົງການອຸຍນີເຊບ ປະຈໍາ ສປປ ລາວ ຍັງມຸ່ງໝັ້ນ ທີ່ຈະເຮັດວຽກກັບຄູ່ຮ່ວມງານຂອງພວກເຮົາ ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນໃນ ສປປ ລາວ ສາມາດເລີ່ມຕົ້ນຊີວິດໄດ້ດີທີ່ສຸດ.