Home ຂ່າວໜ້າໜຶ່ງ ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ສໍາມະນາວິທະຍາສາດ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ” ຈັດຂຶ້ນໃນວັນທີ 18 ກຸມພາ 2025 ທີ່ແຂວງຄໍາມ່ວນ ໂດຍການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ຮອງສະພາວິທະຍາສາດແຫ່ງຊາດ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງຈາກແຂວງຄໍາມ່ວນ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ພະນັກງານຫລັກແຫລ່ງແຂວງຄໍາມ່ວນເຂົ້າຮ່ວມ.

ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ກ່າວວ່າ: ການສໍາມະນາວິທະຍາສາດ ໃນຄັ້ງນີ້, ໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ປະຫວັດຄວາມເປັນມາ ຂອງພັກປະຊາ ຊົນປະຕິວັດລາວ (ພັກ ປປ ລາວ) ລວມເຖິງການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກ ໃນແຕ່ລະໄລຍະຈົນເຖິງປັດຈຸບັນ.

ພ້ອມນີ້, ບັນດານັກວິທະຍາສາດ ຈາກສະພາວິທະຍາສາດແຫ່ງຊາດ ໄດ້ນຳສະເໜີຫົວຂໍ້ທີ່ແຕກຕ່າງກັນເປັນຕົ້ນ ການກຳເນີດ ຂອງພັກ ປະຊາຊົນ ປະຕິວັດລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະ ຂອງການປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ນຳພາພາລະກິດປົດປ່ອຍຊາດຢ່າງສົມບູນ, ພັກກໍ່ສ້າງ ແລະ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດໃນແຕ່ລະໄລຍະ, ພັກນຳພາກໍ່ສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ພັກນຳພາ ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ, ພັກນຳພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນບັນດາເຜົ່າ, ພັກນຳພາເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທົ່ງປວງຊົນທັງຊາດ, ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ພັກນຳພາກຳລັງປ້ອງກັນຄວາມສະຫງົບ ເຂັ້ມແຂງ ມີແບບແຜນທັນສະໄໝ ແລະ ພັກນຳພາເປີດກວ້າງ ການພົວພັນຮ່ວມມືກັບຕ່າງປະເທດ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version