Home ຂ່າວການເມືອງ ກອງປະຊຸມສ່ອງແສງວຽກງານຮອບດ້ານການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລາວ – ຣັດເຊຍ

ກອງປະຊຸມສ່ອງແສງວຽກງານຮອບດ້ານການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລາວ – ຣັດເຊຍ

0

ວັນທີ 15 ກຸມພາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນທີ 3 ໃນການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລາວ-ຣັດເຊຍ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຮອງຄະນະຊີ້ນໍາລວມ ການຮ່ວມມືແກ້ໄຂ ລບຕ ລາວ-ຣັດເຊຍ, ມີ ສະຫາຍ ພັນໂທ ມັກຊີມ ເຕີຄ່າເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກວດກູ້ມິນສາກົນ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ, ພ້ອມດ້ວຍຄະນະຝ່າຍລາວ-ຣັດເຊຍ ເຂົ້າຮ່ວມ.

ສະຫາຍ ພັນໂທ ມັກຊີມ ເຕີຄ່າເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກວດກູ້ມິນສາກົນ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກວດກູ້ໃນ 3 ເດືອນຜ່ານມາ ໃຫ້ຮູ້ວ່າ ນັບຕັ້ງແຕ່ວັນທີ 11 ພະຈິກ 2024 ຫາ 14 ກຸມພາ 2025, ກຳລັງກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ໄດ້ລົງກວດກູ້ລະເບີດບໍ່ທັນແຕກຢູ່ສະໜາມ 1-2-3-4 ສ່ວນສະໜາມ 5 ແມ່ນກໍາລັງຝ່າຍລາວ ກອງກວດກູ້-ລະເບີດ 58 ລົງກວດກູ້, ເຊິ່ງສະໜາມດັ່ງກ່າວເປັນພື້ນທີ່ກໍ່ສ້າງຫ້ອງການປົກຄອງເມືອງ, ໂຮງຮຽນ ແລະ ພື້ນທີກະສິກຳ ເມືອງ ຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ. ມີເນື້ອທີ່ທັງໝົດ 187,180 ຕາແມັດ, ສາມາດກວດກູ້ພື້ນທີ່ສໍາເລັດແລ້ວ 157,887 ຕາແມັດ, ເນື້ອທີ່ຍັງເຫຼືອ 29,395 ຕາແມັດ, ກວດກູ້ລະເບີດໄດ້ 285 ລູກ, ເສດສະເກັດລະເບີດໄດ້ 11.309 ສີ້ນສ່ວນ, ເສດເຫຼັກໂລຫະ 18.367 ສີ້ນສ່ວນ, ໄດ້ທຳລາຍທັງໝົດ 14 ຄັ້ງ ລວມ 51 ໜ່ວຍ, BLU28=39 ໜ່ວຍ, BLU24=1 ໜ່ວຍ, ສໍາພາວຸດ 11 ລູກ. ຈາກນັ້ນຄະນະທັງ 2 ຝ່າຍໄດ້ປຶກສາຫາລືປະກອບຄໍາຄິດເຫັນທີ່ສືບຕໍ່ຈັດຕັ້ງປະຕິບັດວຽກງານໃນໄລຍະຕໍ່ໜ້າ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຊີ້ນຳ, ຄະນະຮັບຜິດຊອບພາກສະໜາມ ແລະ ພະນັກງານ- ນັກຮົບກວດກູ້ລະເບີດຝ່າຍ ລາວ-ຣັດເຊຍ ທຸກສະຫາຍ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່, ສຸມສະຕິປັນຍາ, ທຸ້ມເທເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຄວາມອົດທົນ, ບຸກບືນຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ, ມີຄວາມຕັດສິນໃຈ ແລະ ມີຄວາມຮັບຜິດຊອບສູງ.

ໃນວັນດຽວກັນ ສະຫາຍ ພົນຈັດຕະວາ ບົວສິງ ພ້ອມດ້ວຍຄະນະ ຍັງໄດ້ລົງກວດກາສະໜາມກວດກູ້ ພື້ນທີ່ກໍ່ສ້າງຄຸມຂັງ ຂອງ ປກສ ເມືອງ ບ້ານນາໄກ່ ຕື່ມອີກ.

ພາບ-ຂ່າວ: ອາໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version