Home ຂ່າວໜ້າໜຶ່ງ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງ ອົງການ ອຸຍນີເຊບ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກຄະນະກຳມະການບໍລິຫານງານຂອງ ອົງການ ອຸຍນີເຊບ

0

ສປປ ລາວ ໄດ້ເຂົ້າຮ່ວມເປັນສະມາຊິກ ຄະນະກຳມະການບໍລິຫານງານ ຂອງອົງການ ອຸຍນີເຊບ ຢ່າງເປັນທາງການ ສຳລັບປີ 2025-2027 ພາຍຫລັງການເລືອກຕັ້ງ ໂດຍສະພາເສດຖະກິດ ແລະ ສັງຄົມຂອງອົງ ການສະຫະປະຊາຊາດ (ECOSOC) ໃນເດືອນເມສາ ປີ 2024. ຄັ້ງນີ້ຖືເປັນຄັ້ງທີສອງທີ່ ສປປ ລາວ ໄດ້ຮັບບົດ ບາດໜ້າທີເປັນສະມາຊິກ ຄະນະກຳມະການບໍລິຫານງານ ຂອງ ອົງການອຸຍນີເຊບ ເຊີ່ງຄັ້ງທຳອິກເເມ່ນໃນປີ 2001-2003.

ຄະນະກຳມະການບໍລິຫານງານ ຂອງອົງການອຸຍນີເຊບ ປະກອບດ້ວຍ ປະເທດພາຄີ ຂອງ ອົງການສະຫະ ປະຊາຊາດ 36 ປະເທດ ເຊິ່ງໄດ້ຮັບການເລືອກຕັ້ງໂດຍ ECOSOC ໃຫ້ດຳລົງຕຳແໜ່ງເປັນວາລະ 3 ປີ. ຄະນະ ກຳມະການບໍລິຫານງານດັ່ງກ່າວ ມີໜ້າທີ່ກວດກາວຽກງານຂອງ ອົງການອບ, ອະນຸມັດນະໂຍບາຍ ເເລະ ຮັບປະກັນ ຄວາມຮັບຜິດຊອບໃນອົງການ. ພ້ອມນີ້, ຄະນະກຳມະການບໍລິຫານງານ ຍັງມີໜ້າທີ່ຕິດຕາມກວດກາການປະຕິບັດ ໂຄງການ, ອະນຸມັດງົບປະມານ ເເລະ ເເຜນວຽງງານລະດັບປະເທດ, ພ້ອມຍັງໃຫ້ຄຳປຶກສາກ່ຽວກັບໂຄງການໃໝ່ໆ ທີ່ສອດຄ່ອງກັບທິດຊີ້ນຳຈາກນະໂຍບາຍຂອງສະມັດຊາໃຫຍ່ ແລະ ECOSOC.

ໃນກອງປະຊຸມສະໄໝສາມັນຄັ້ງທຳອິດ ຂອງຄະນະກຳມະການບໍລິຫານງານ ໄດ້ໄຂຂຶ້ນໃນວັນທີ 4-7 ກຸມພາ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ໄດ້ມີຄຳເຫັນວ່າ: ສປປ ລາວ ຮູ້ສຶກເປັນກຽດທີ່ໄດ້ຮັບໜ້າທີ່ໃນ ຄະນະກຳມະການບໍລິ ຫານງານ ຂອງອົງການອຸຍນີເຊບ ອີກຄັ້ງ. ໃນຕະຫລອດຫລາຍປີທີ່ຜ່ານມາ, ພວກເຮົາໄດ້ເຫັນເຖິງຄວາມມຸ່ງໝັ້ນອັນ ເລິກເຊິ່ງໃນການຮ່ວມມືຂອງອົງການອຸຍນີເຊບ ກັບລັດຖະບານຂອງພວກເຮົາ ໃນການພັດທະນາສະຫວັດດີການ ຂອງເດັກ. ເຖິງຢ່າງໃດກໍດີ, ສິ່ງທ້າທາຍກໍຍັງຄົງຢູ່ ໂດຍສະເພາະ, ໃນຂະນະທີ່ພວກເຮົາກຳລັງຜະເຊີນໜ້າກັບ ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມບໍ່ດຸ່ນດ່ຽງທາງດ້ານເສດຖະກິດ. ພວກເຮົາຮຽກຮ້ອງໃຫ້ ປະຊາຄົມໂລກປົກປັກຮັກສາ ແລະ ຂະຫຍາຍການລົງທຶນ ໃນຂໍ້ລິເລີ່ມທີ່ແນໃສ່ເດັກ ເພື່ອຮັບປະກັນໃຫ້ເດັກທຸກຄົນ ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມແມ່ນມີໂອກາດໄດ້ຮັບການຈະເຕີບໃຫຍ່.

ເພື່ອເປັນການສະເຫລີມສະຫລອງການເປັນສະມາຊິກ ຄະນະກຳມະການບໍລິຫານງານ ອີກຄັ້ງຂອງ ສປປ ລາວ, ຄະນະຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນເຈົ້າພາບຈັດງານສະເຫລີມສະຫລອງກັບຄະນະ ຜູ້ຕາງໜ້າຖາວອນແຫ່ງ ອົດສະຕຣາລີ ໂດຍມີສະມາຊິກສະພາບໍລິຫານ, ຄູ່ຮ່ວມພັດທະນາ ແລະ ຜູ້ນຳລະດັບສູງ ຂອງອົງການອຸຍນີເຊບ ເຂົ້າຮ່ວມ.

ອົງການອຸຍນີເຊບ ເປັນຄູ່ຮ່ວມງານທີ່ສຳຄັນຂອງ ສປປ ລາວ ເປັນເວລາ 50 ກວ່າປີ, ໂດຍໄດ້ສ້າງຕັ້ງສຳນັກ ງານຫ້ອງການແຫ່ງທຳອິດ ທີ່ ນະຄອນຫລວງວຽງຈັນ ໃນ ປີ 1973, ໄດ້ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງກັບຂະແໜງການຫລັກເຊັ່ນ: ສາທາລະນະສຸກ, ໂພຊະນາການ, ການສຶກສາ, ນໍ້າ, ສຸຂາພິບານ ແລະ ການປົກປ້ອງເດັກ ເພື່ອເປັນການສະໜັບສະໜູນຄວາມພະຍາຍາມແຫ່ງຊາດ ໃນການປັບປຸງຊີວິດການເປັນ ຢູ່ຂອງເດັກທຸກໆຄົນ. ຜົນສຳເລັດທີ່ຜ່ານມາລວມມີການຫລຸດຜ່ອນອັດຕາການຕາຍໃນເດັກ, ການຜັນຂະຫຍາຍອັດ ຕາການສັກຢາກັນພະຍາດ, ການເສີມສ້າງຄວາມເຂັ້ມແຂງຂອງໂຄງການດ້ານໂພຊະນາການ ແລະ ການພັດທະນາ ຖານຂໍ້ມູນການຮຽນເເບບດີຈິຕອນ ເພື່ອປັບປຸງການເຂົ້າເຖິງການສຶກສາ ໂດຍສະເພາະໃນເຂດຫ່າງໄກສອກຫລີກ.

ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການທີ່ ສປປ ລາວ ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງເປັນສະມາຊິກ ຄະນະກຳມະການບໍລິຫານງານ ຂອງ ອົງການອຸຍນີເຊບ ນັ້ນ, ຍັງສ່ອງແສງໃຫ້ເຫັນເຖິງ ຄວາມເປັນຜູ້ນຳທີ່ເພີ່ມຂຶ້ນຂອງປະເທດ ແລະ ຄວາມໝາຍໝັ້ນໃນການປະກອບ ສ່ວນຕໍ່ຄວາມພະຍາຍາມລະດັບໂລກ ເພື່ອສົ່ງເສີມສິດທິເດັກ. ອົງການອຸຍນີເຊບ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ເຮັດ ວຽກຢ່າງໃກ້ຊິດກັບ ສປປ ລາວ ໃນລະຫວ່າງການດຳລົງຕຳແໜ່ງໃນ ຄະນະກຳມະການບໍລິຫານງານ ເພື່ອສ້າງຄວາມ ເຂັ້ມແຂງທາງດ້ານນະໂຍບາຍ ແລະ ແຜນງານປັບປຸງຊີວິດຂອງເດັກ ທັງຢູ່ໃນ ສປປ ລາວ ແລະ ໃນທົ່ວໂລກ.

ໃນຖານະທີ່ເປັນສະມາຊິກຂອງ ຄະນະກຳມະການບໍລິຫານງານ ຂອງ ອົງການອຸຍນີເຊບ, ສປປ ລາວ ຈະໄດ້ມີສ່ວນຮ່ວມກັບບັນດາຄູ່ຮ່ວມພັດທະນາໃນທົ່ວໂລກ ເພື່ອສະໜັບສະໜູນບັນດາບູລິມະສິດຍຸດທະສາດຂອງ ອົງການອຸຍນີເຊບ ແລະ ຮັບປະກັນວ່າ ເດັກນ້ອຍທຸກຄົນມີໂອກາດໄດ້ຈະເລີນເຕີບໃຫຍ່ຢ່າງເຕັມທີ່.

ຂໍ້ມູນ-ພາບ: ອົງການອຸຍນີເຊບ ປະຈຳລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version