Home ທຸລະກິດ ພັດທະນາເສັ້ນທາງການບິນໃໝ່ ໃນ ສປປ ລາວ ໄປສູ່ສາກົນ

ພັດທະນາເສັ້ນທາງການບິນໃໝ່ ໃນ ສປປ ລາວ ໄປສູ່ສາກົນ

0

ທະນາຄານ ພັດທະນາລາວ ຈໍາກັດ ສະໜອງທຶນ 15 ລ້ານໂດລາສະຫະ ລັດ ໃຫ້ບໍລິສັດ ລ້ານຊ້າງການບິນສາກົນ ຈໍາກັດ ເພື່ອພັດທະນາເສັ້ນ ທາງການບິນໃໝ່ ໃນ ສປປ ລາວ ໄປສູ່ສາກົນ ແນໃສ່ຕອບສະໜອງຄວາມຕ້ອງການຂອງນັກເດີນທາງ ທີ່ຕ້ອງການການບໍລິການຄຸນນະ ພາບສູງ ແຕ່ຍັງຄົງຄຸ້ມຄ່າ ເຕີມເຕັມຊ່ອງຫວ່າງຕະຫຼາດສາຍການບິນ Premium Low-Cost ໃນລາວ ແລະ ອາຊີຕາເວັນອອກສ່ຽງໃຕ້ ສະ ໜັບສະໜູນການທ່ອງທ່ຽວ ແລະ ເສດຖະກິດລາວ ມຸ່ງສູ່ການເປັນສາຍການບິນຊັ້ນນໍາຂອງພາກພື້ນ ເນັ້ນການບໍລິ ການແບບມືອາຊີບ ພ້ອມທັງມີສ່ວນຮ່ວມຕໍ່ສັງຄົມ ແລະ ເປັນມິດກັບສິ່ງແວດລ້ອມ.

ສາຍການບິນລ້ານຊ້າງສາກົນ ເປັນສາຍການບິນເອກະຊົນລາວ 100% ເປັນສາຍການບິນ Hybrid ທີ່ ລວມຈຸດແຂງຂອງສາຍການບິນຕົ້ນທຶນຕໍ່າ (Low-Cost) ແລະ ສາຍການບິນບໍລິການເຕັມຮູບແບບ (Full- Service) ໂດຍເນັ້ນຄວາມ Premium ໃນລາຄາຄຸ້ມຄ່າ ເປັນອີກໜ້າທາງເລືອກໃນການເດີນທາງຂອງຜູ້ໂດຍ ສານທັງພາຍໃນ ແລະ ຕ່າງປະ ເທດ ປັດຈຸບັນສາຍການບິນລ້ານຊ້າງສາກົນ ປະກອບມີ 4 ເສັ້ນທາງບິນ ຄື: ວຽງຈັນ-ບໍ່ແກ້ວ-ວຽງຈັນ ວຽງຈັນ-ປາກເຊ-ວຽງຈັນ ວຽງຈັນ-ຊຳເໜືອ-ວຽງຈັນ ບໍ່ແກ້ວ-ຫຼວງພະບາງ-ບໍ່ແກ້ວແລະ ໃນໄຕມາດ 3-4 ປີ 2025 ຈະເປີດເສັ້ນທາງບິນພາຍໃນປະເທດ ແລະ ຕ່າງປະເທດ ຕື່ມອີກ ພ້ອມທັງມີແຜນຈະເພີ່ມຝູງບິນ ເຮືອບິນ ATR ຈາກ 3 ເປັນ 5 ລຳ ແລະ ເຮືອບິນ Airbus ອີກ 2 ລໍາ ໃນປີ 2025.

ພິທີລົງນາມສັນຍາການສະໜອງທຶນດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ສຳນັກງານໃຫຍ່ທະນາຄານ ພັດ ທະນາລາວ ໂດຍມີທ່ານ ວຽງຄຳ ວັນສີລາລົມ ຜູ້ອຳນວຍການທະນາຄານ ພັດທະນາລາວ ທ່ານນາງ ທຽນທອງ ໂສພາ ຜູ້ອຳ ນວຍການສາຍການບິນລ້ານຊ້າງສາກົນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version