ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃນວັນທີ 5 ກຸມພາ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາ ມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ, ຕາງໜ້າມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ໃຫ້ຮູ້ໂດຍຫຍໍ້ກ່ຽວກັບຜົນສຳເລັດ ການຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດ ບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2025 ແມ່ນໄດ້ຮັບການນໍາພາ-ຊີ້ນໍາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານແຫ່ງ ສປປ ລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2.

ການມອບ-ຮັບລາງວັນ ໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 2, ມີທັງໝົດ 28 ລາງວັນ ທີ່ ສປປ ລາວ ໄດ້ຮັບຈາກອາຊຽນ ໃນ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດ ຕະຖານຫ້ອງນໍ້າສາທາລະນະອາຊຽນ. ໃນນັ້ນ, ມາດຕະຖານເຮືອນພັກປະຊາຊົນອາຊຽນ ໄດ້ຮັບລາງວັນ ປະກອບມີ: ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ, ບ້ານດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ, ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ບ້ານນາຍາງ ເມືອງນໍ້າບາກ ແຂວງຫລວງພະບາງ. ສຳລັບ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ມີ: ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເມືອງຫົວເມືອງ ແຂວງຫົວພັນ, ບ້ານທ່າແປ້ນ ນະຄອນຫລວງພະບາງ ແຂວງຫລວງພະບາງ, ບ້ານຊາງໄຫ ເມືອງປາກອູ ແຂວງຫລວງພະບາງ, ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ, ບ້ານນາລັນເໜືອ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ແລະ ບ້ານໜອງຢາເທິງ ເມືອງປາກຊ່ອງ ແຂວງຈໍາປາສັກ. ສ່ວນ ມາດຕະຖານການບໍລິການສະປາອາຊຽນມີ: ຮ້ານ Senses ສະປາ ຢູ່ໂຮງແຮມຄລາວ ພລາຊາ ນະຄອນຫລວງວຽງຈັນ, ຮ້ານບ້ານລາວສະປາ ຢູ່ໂຮງແຮມມາຍບ້ານລາວ ແຂວງຫລວງພະບາງ, ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວາວ ແຂວງຫລວງພະບາງ, ຮ້ານດາຫລາສະປາ ນະຄອນຫລວງວຽງຈັນ, ຮ້ານ Nice ນວດ ແລະ ສະປາ ນະຄອນຫລວງວຽງຈັນ ແລະ ຮ້ານ Frangipani ສະປາ ຢູ່ສະຫວັນຣີສອດ ແຂວງສະຫວັນນະເຂດ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ປະກອບມີ: ຫ້ອງນໍ້າສາທາລະນະ ໜອງສະພັງແລນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ວັດຊຽງທອງ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫລວງນໍ້າທາ, ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ, ຫ້ອງນໍ້າສາທາລະນະສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວພະທາດຫລວງວຽງຈັນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ວັດສີເມືອງ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະ ຫໍພິພິທະພັນແຫ່ງຊາດ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະນະ ພິພິທະພັນສີສະເກດ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະ ນະວັດໃໝ່ ແຂວງຫລວງພະບາງ ແລະ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວ ຫໍໄຕປີດົກວັດສີມຸງຄຸນ ວັດບ້ານກາງ ແຂວງສາລະວັນ.
ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ແມ່ນລາງວັນອັນຊົງກຽດທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວອາຊຽນ ໃຫ້ມີຄຸນນະພາບທີ່ດີ ໂດຍສະເພາະ ການພັດທະນາອຸດສາຫະກຳການທ່ອງທ່ຽວຂອງ ສປປ ລາວ ເຊິ່ງເປັນຄວາມພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງໜ້າ ຂອງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ທີ່ຈຳເປັນຕ້ອງໄດ້ປະຕິບັດເພື່ອຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຮັບຜິດ ຊອບ, ມີຄວາມຍືນຍົງ ແລະ ສາມາດແຂ່ງຂັນກັນໄດ້. ທັງນີ້, ກໍເພື່ອເປັນການປົກປັກຮັກສາ ແລະ ສົ່ງ ເສີມມໍລະດົກທາງດ້ານທຳມະຊາດ ທີ່ອຸດົມສົມບູນ ແລະ ມໍລະດົກທາງດ້ານວັດທະນະທຳ ທີ່ໂດດເດັ່ນຂອງ ສປປ ລາວ ໃຫ້ຍືນຍົງຕະຫລອດໄປ.