Home ຂ່າວຕ່າງປະເທດ ສ.ອາເມລິກາ ຖອນຕົວອອກຈາກສະພາສິດທິມະນຸດ ສປຊ

ສ.ອາເມລິກາ ຖອນຕົວອອກຈາກສະພາສິດທິມະນຸດ ສປຊ

0

ວິທະຍຸກະຈາຍສຽງຫວຽດນາມ, ເມືື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ (Donald Trump), ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມໃນລັດຖະດຳລັດ ວ່າດ້ວຍການຖອນ ສ.ອາເມລິກາ ອອກຈາກສອງອົງການຂອງ ສປຊ ລວມມີ: ສະພາສິດທິມະນຸດ (UNHRC) ແລະ ອົງການຊ່ວຍເຫລືອຊາວລີ້ໄພປາແລັດສະຕິນ (UNRWA); ພ້ອມທັງຮຽກຮ້ອງໃຫ້ພິຈາລະນາຄືນການເຂົ້າຮ່ວມຂອງ ສ.ອາເມລິກາ ໃນອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO). ລັດຖະດຳລັດ ດັ່ງກ່າວ ມີເນື້ອໃນຮຽກຮ້ອງໃຫ້ “ພິຈາລະນາຄືນ” ແຫລ່ງເງິນອຸປະຖຳຂອງ ສ.ອາເມລິກາ ໃຫ້ແກ່ ສປຊ ຍ້ອນມີການ “ຜິດດ່ຽງກັນຫລາຍ” ກ່ຽວກັບຈຳນວນເງິນອຸປະຖຳຂອງບັນດາປະເທດສະມາຊິກ. ປັດຈຸບັນ ສ.ອາເມລິກາ ແມ່ນປະເທດອຸປະຖຳໃຫຍ່ສຸດ ຂອງ ສປຊ. ຂະນະທີ່ ສປຊ ຍັງບໍ່ທັນມີປະຕິກິລິຍາ ກ່ຽວກັບການກະທຳ ຂອງທ່ານ ໂດນັນ ທຣຳ. ນອກຈາກນີ້ບັນດາ ຖ້ຽວບິນທຳອິດ ຂອງ ສ.ອາເມລິກາ ໄດ້ສົ່ງຊາວອົບພະຍົບແບບຜິດກົດໝາຍທີ່ຖືກກັກຂັງໄປຍັງຖານທີ່ໝັ້ນການທະຫານທີ່ມີຊື່ສຽງ Guantanamo ຢູ່ກູບາ ໄດ້ດຳເນີນ ໃນວັນທີ 4 ກຸມພາ, ໃນສະພາບການທີ່ອຳນາດການປົກຄອງປະທານາທິບໍດີ Donald Trump ເພີ່ມທະວີການປາບປາມສະພາບອົບພະຍົບແບບຜິດກົດໝາຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version