Home ຂ່າວຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຜັນຂະຫຍາຍການປະຕິບັດກົດໝາຍຂອງສະພາແຫ່ງຊາດ

ຫວຽດນາມ ຈັດກອງປະຊຸມຜັນຂະຫຍາຍການປະຕິບັດກົດໝາຍຂອງສະພາແຫ່ງຊາດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ທັນວາຜ່ານມາກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດກົດໝາຍ, ມະຕິສະບັບຕ່າງໆທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15ໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານທີ່ ນະຄອນຫຼວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ.

ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມວ່າ: ພາຍຫຼັງກອງປະຊຸມເທື່ອທີ 8, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຮີບເລັ່ງຜັນຂະຫຍາຍກົດໝາຍ, ມະຕິສະບັບຕ່າງໆໃຫ້ມີປະສິດທິຜົນ, ຮັບປະກັນຄວາມຕິດພັນຢ່າງແໜ້ນແຟ້ນລະຫວ່າງການສ້າງ ແລະ ປະຕິບັດກົດໝາຍ, ລະອຽດແມ່ນວຽກງານໂຄສະນາ, ເຜີຍແຜ່ກົດໝາຍ; ປະກາດໃຊ້ແຜນການ… ທ່ານສະເໜີໃຫ້ຊຸກຍູ້ການປະຕິບັດຄວາມຮຽກຮ້ອງ “ຕ້ອງຕິດພັນຢ່າງແໜ້ນແຟ້ນລະຫວ່າງການສ້າງກົດໝາຍ ກັບການຈັດຕັ້ງປະຕິບັດກົດໝາຍ, ຮັບປະກັນໃຫ້ກົດໝາຍໄດ້ປະຕິບັດດ້ວຍຄວາມຍຸຕິທຳ, ເຄັ່ງຂັດ, ສະເໝີຕົ້ນສະເໝີປາຍ, ທັນການ, ມີປະສິດທິພາບ, ປະສິດທິຜົນ” ໃນກອງປະຊຸມ, ທ່ານ ເຈິ່ນແທັງເໝິນສະເໜີໃຫ້ລັດຖະບານຊີ້ນຳບັນດາອົງການທີ່ໄດ້ຮັບມອບໝາຍເປັນປະທານຮຽບຮຽງ, ປະກາດໃຊ້ເອກະສານ ເພື່ອໃຫ້ວຽກງານສ້າງ, ປະກາດໃຊ້ເອກະສານບໍ່ຖືກຂາດວັກຂາດຕອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version