Home ຂ່າວໜ້າໜຶ່ງ ປຶກສາຫາລືຮ່າງຖະແຫຼງການຮ່ວມ

ປຶກສາຫາລືຮ່າງຖະແຫຼງການຮ່ວມ

0

ໃນວັນທີ 21 ຕຸລານີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່າງຖະແຫຼງການຮ່ວມຂອງກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ຄັ້ງທີ 45 ໂດຍມີຄະນະຜູ້ແທນລັດຖະສະພາສະມາຊິກໄອປາ ແລະ ທ່ານເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ແລະ ເປັນເອກະພາບກັນຕໍ່ກັບຮ່າງຖະແຫຼງການຮ່ວມ ເຊິ່ງເປັນຜົນຂອງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ກ່ອນທີ່ຈະນຳເຂົ້າພິຈາລະນາລົງລາຍເຊັນຮັບຮອງໃນກອງປະຊຸມຄົບຄະນະວາລະສຸດທ້າຍ ໂດຍບັນດາທ່ານປະທານ ຫຼື ຫົວໜ້າຄະນະຜູ້ແທນສະມາຊິກໄອປາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version