Home ຂ່າວໜ້າໜຶ່ງ ລັດຖະມົນຕີ ຖວທ ຕ້ອນຮັບຫົວໜ້າອົງການອຸຍນີເຊບ ປະຈໍາລາວ ຄົນໃໝ່

ລັດຖະມົນຕີ ຖວທ ຕ້ອນຮັບຫົວໜ້າອົງການອຸຍນີເຊບ ປະຈໍາລາວ ຄົນໃໝ່

0

ໃນວັນທີ 15 ຕຸລາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບ ທ່ານ ບິລາ ອຸລັງ ເຊບ ດູລານີ (Bilal Aurang Zeb Durrani) ຫົວໜ້າອົງການອຸຍນີເຊບ (UNICEF) ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງເປັນ ຫົວໜ້າອົງການອຸຍນິເຊັບ ຄົນໃໝ່ ປະຈຳ ສປປ ລາວ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມ ເຊີຍທ່ານ ບິລາ ອຸລັງ ເຊບ ດູລານີ ທີ່​ໄດ້ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ ຢູ່ ສປປ ລາວ, ພ້ອມ​ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມືອັນດີ ລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃນໄລະຍະຜ່ານມາ. ພ້ອມນີ້, ທ່ານລັດຖະມົນຕີ ຍັງເຊື່ອໝັ້ນວ່າ ໃນໄລຍະທີ່ທ່ານມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືຢ່າງໃກ້ຊິດໃນຂະແໜງຖະແຫລງຂ່າວ ເພື່ອສົ່ງເສີມການຮ່ວມມືຂອງສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທຳຫລາຍຂຶ້ນ.

ທ່ານ ບິລາ ອຸລັງ ເຊບ ດູລານີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງ ຖວທ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາ ມາດ ເພື່ອຊຸກຍູ້ການພົວພັນຮ່ວມມື ລາວ-ອຸຍນີເຊບ ກໍຄື ຊຸກຍູ້ການພົວພັນຮ່ວມມື ໃນຂະແໜງຖະແຫລງຂ່າວ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version