Home ຂ່າວໜ້າໜຶ່ງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ພ້ອມມອບການເປັນປະທານອາຊຽນໃຫ້ແກ່ ມາເລເຊຍ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ພ້ອມມອບການເປັນປະທານອາຊຽນໃຫ້ແກ່ ມາເລເຊຍ

0

…………

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ດໍາເນີນມາແຕ່ວັນທີ 8 ຕຸລາ 2024 ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັສເຕ, ບັນດາລັດຖະມົນຕີ ແລະ ເຈົ້າຫນ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍແລັສເຕ, ເລຂາທິການໃຫຍ່ອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະຫຼຸບຜົນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງມີທັງໝົດ 16 ກອງປະຊຸມສຸດຍອດ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ໃນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ຊຶ່ງປະກອບສ່ວນເຂົ້າໃນຂະບວນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍກວ່າເກົ່າ. ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢໍ້າເຖິງຄວາມສຳຄັນຂອງຄວາມພະຍາຍາມລວມຂອງອາຊຽນ ເພື່ອຮັບ ປະກັນຂະບວນການສ້າງປະຊາຄົມອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ໂດຍບັນດາຂະແໜງການທີ່ກ່ຽວຂ້ອງຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ ພາຍໃຕ້ການເປັນປະທານຂອງ ສປປ ລາວ ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ແລະ ແຈ້ງໃຫ້ຊາບຄວາມຄືບໜ້າການກະກຽມຄວາມພ້ອມ ສຳລັບການເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັສເຕ ແລະ ການເສີມຂະຫຍາຍການພົວພັນຮ່ວມມືກັບພາຍນອກ.

ກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້, ໄດ້ຮັບຮອງ ແລະ ຮັບຊາບເອກະສານຫຼາຍກວ່າ 90 ສະບັບ ຊຶ່ງເອກະສານເຫຼົ່ານີ້ຈະເປັນພື້ນຖານໃຫ້ບັນດາຂະແໜງການຂອງອາຊຽນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຫຼາຍຂື້ນ ແລະ ກ້າວໄປສູ່ປະຊາຄົມທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ ກໍຄືການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.

ທ່ານ ສອນໄຊ ສີພັນດອນ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ການປະກອບສ່ວນຂອງປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ກອງເລຂາອາຊຽນ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ອັນໄດ້ເຮັດໃຫ້ ບັນດາກອງປະຊຸມສຸດຍອດໃນຄັ້ງນີ້ ກໍຄືການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສຳເລັດອັນຈົບງາມ.

ໃນຕອນທ້າຍຂອງພິທີດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບຄ້ອນສັນຍາລັກປະທານອາຊຽນ ໃຫ້ແກ່ທ່ານ ອານວາ ອິບຣາຮີມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອເປັນປະທານອາຊຽນ ໃນປີ 2025.

ສປປ ລາວ ຈະສຶບຕໍ່ເປັນປະທານອາຊຽນໄປຈົນຮອດວັນທີ 31 ທັນວາ 2024 ແລະ ມາເລເຊຍ ຈະເລີ່ມເປັນປະທານອາຊຽນແຕ່ວັນທີ 1 ມັງກອນ-31 ທັນວາ 2025 ເປັນຕົ້ນໄປ.

(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version