Home ຂ່າວການເມືອງ ລາວ-ລຸກຊໍາບວກ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື

ລາວ-ລຸກຊໍາບວກ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື

0

ໃນວັນທີ 10 ຕຸລາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຊາວີເອ ເບັດແຕນລ໌ (Mr. Xavier Bettel) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ, ລັດຖະມົນຕີກະຊວງຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຮ່ວມພິທີເຊັນສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້ (TAC) ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ.

ໃນການພົບປະຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຂົ້າຮ່ວມກອງປະຊຸມ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການເດີນທາງມາ ສປປ ລາວ ຄັ້ງທີສອງ ໃນປີ 2024 ຂອງ ທ່ານ ຮອງນາຍົກລັດຖະມົນຕີ ລຸກຊໍາບວກ ທີ່ມີຄວາມໝາຍຄວາມສຳຄັນຫລາຍ, ທັງເປັນການຢໍ້າຄືນ ໃຫ້ເຫັນເຖິງການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປ ໂດຍສະເພາະ ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ, ລວມເຖິງການຮ່ວມມືເພື່ອການພັດທະນາໃນຂົງເຂດຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ວຽກງານສົ່ງເສີມວິຊາຊີບ, ສາທາລະນະສຸກ ແລະ ອື່ນໆ. ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ແຈ້ງສະພາບການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ການດໍາເນີນຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ການເປັນປະທານ ອາຊຽນຂອງ ສປປ ລາວ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເຊິ່ງການຊ່ວຍເຫລືອດັ່ງກ່າວ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.

ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະ ບານ ທີ່ມີຢູ່ແລ້ວ ໃຫ້ສໍາເລັດຜົນຕາມຄາດໝາຍ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ໃນ ສປປ ລາວ.

ໂອກາດນີ້, ທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ຊົມເຊີຍການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ, ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງ ຢືນຢັນຈະສືບຕໍ່ໃຫ້ການຊ່ວນເຫລືອການພັດທະນາຢູ່ ສປປ ລາວ ຕື່ມອີກໃນຕໍ່ໜ້າ.

ນອກຈາກການປຶກສາຫາລືວຽກງານສອງຝ່າຍ, ທັງສອງທ່ານ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນ ຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version