Home ຂ່າວການເມືອງ ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

ສປປ ລາວ ເນັ້ນສ້າງອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ

0

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ຊຶ່ງໃນປີ 2024 ນີ້ອາຊຽນໄດ້ເນັ້ນໃສ່ການສ້າງອາຊຽນໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ ເພື່ອສາມາດຮັບມືກັບບັນດາສິ່ງທ້າທາຍ ແລະ ຍາດເອົາກາລະໂອກາດຕ່າງໆ ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຕ້ອນຮັບໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ໃນວັນທີ 9 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນວ່າ: ນັບແຕ່ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967 ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາເປັນເປົ້າໝາຍອັນສະເໝີຕົ້ນສະເໝີປາຍຂອງອາຊຽນ. ຕະຫຼອດໄລຍະ 57 ປີທີ່ຜ່ານມາ ອາຊຽນໄດ້ເພີ່ມທະວີການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ ເພື່ອຈຸດປະສົງທີ່ສຳຄັນດັ່ງ ກ່າວ.

ສະມາຊິກອາຊຽນຈະກວມເອົາທຸກປະເທດໃນອາຊີຕາເວັນອອກສ່ຽງໃຕ້ໃນອະນາຄົດອັນໃກ້ນີ້ ເພາະພວກເຮົາພວມດຳເນີນຂັ້ນຕອນຕ່າງໆເພື່ອໃຫ້ຕີມໍແລັສເຕ ມີຄວາມພ້ອມເຂົ້າເປັນສະມາຊິກສົມບູນຂອງອາຊຽນ. ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015 ໄດ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ. ອາຊຽນໄດ້ກາຍເປັນພາກພື້ນທີ່ເປັນທີ່ຮັບຮູ້ ແລະ ສົນໃຈຈາກຄູ່ຮ່ວມມືພາຍນອກ ນັບມື້ນັບເພີ່ມຂຶ້ນ. ບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ ລວມທັງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ (AOIP). ພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ກໍນັບມື້ນັບເພີ່ມຂຶ້ນ ແລະ ຍັງມີຫຼາຍປະເທດໄດ້ສະໝັກເຂົ້າເປັນພາຄີຂອງສົນທິສັນຍາທີ່ສຳຄັນນີ້. ພ້ອມດຽວກັນນັ້ນ ກໍມີຫຼາຍປະເທດ ແລະ ອົງການໄດ້ເປັນຄູ່ຮ່ວມມືຕ່າງໆຂອງອາຊຽນ ແລະ ມີຈຳນວນເພີ່ມຂຶ້ນເລື້ອຍໆ. ສປປ ລາວ ເຫັນວ່າຜົນສຳ ເລັດຕ່າງໆຂອງອາຊຽນໃນໄລຍະຜ່ານມາ ແມ່ນຍ້ອນອາຊຽນມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຕາມວິຖີທາງຂອງອາຊຽນ ກໍຄືຫຼັກການຂອງອາຊຽນ.

ທ່ານກ່າວໃຫ້ຮູ້ອີກວ່າ: ປັດຈຸບັນ, ພາກພື້ນອາຊຽນ ກໍຄືພາກພື້ນອື່ນໆຂອງໂລກພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ຂໍ້ຂັດແຍ່ງຕ່າງໆ, ການປະທະກັນດ້ວຍກຳລັງ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທຳມະຊາດ, ອາຊະຍາກຳຂ້າມຊາດ ແລະ ອື່ນໆ. ພ້ອມນີ້, ສະພາບການພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດ ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ. ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນຕ້ອງໄດ້ສືບຕໍ່ຢຶດໝັ້ນໃນຄວາມເປັນເຈົ້າການຂອງຕົນຮັດແໜ້ນການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍເຫຼົ່ານັ້ນຢ່າງທັນການ ແລະ ມີປະສິດທິພາບ ພ້ອມທັງນຳໃຊ້ບັນດາກາລະໂອກາດຕ່າງໆໄດ້ຢ່າງມີປະສິດທິຜົນ.

ສະນັ້ນ, ໃນປີ 2024 ນີ້ ພວກເຮົາໄດ້ເນັ້ນໃສ່ການສ້າງອາຊຽນໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫຼາຍຂຶ້ນ ເພື່ອສາມາດຮັບມືກັບບັນດາສິ່ງທ້າທາຍ ແລະ ຍາດເອົາກາລະໂອກາດຕ່າງໆ ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມ ແຂງ.

ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນປະທານອາຊຽນເປັນຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ກໍານົດ 9 ຂົງເຂດບຸລິມະສິດ ມາຮອດປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດ 9 ຂົງເຂດບຸລິມະສິດ ກໍຄືໜ້າວຽກອື່ນໆຂອງອາຊຽນໃນປີ 2024 ມີຄວາມຄືບໜ້າດີ ລວມທັງການສ້າງບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງເປັນໂອກາດອັນດີ ເພື່ອທົບທວນຄືນການສ້າງປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າໂດຍສະເພາະແມ່ນວິໄສທັດປະຊາຄົມອາຊຽນ 2045 ລວມທັງການຮັດແໜ້ນການຮ່ວມມືລະ ຫວ່າງອາຊຽນກັບພາຍນອກ ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ກໍຄືເພື່ອພາລະກິດລວມແຫ່ງການສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version