Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

0

ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆໄລຍະຜ່ານມາ ໂດຍສະເພາະ ແຜນງານບຸ ລິມະສິດ ພາຍໃຕ້ວິໄສທັດ 2030 ຂອບການຮ່ວມມື ACD ເຊິ່ງກວມເອົາ 6 ຂະແໜງການເສົາຄໍ້າ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບຄວາມພະຍາຍາມ ໃນການສືບຕໍ່ສ້າງພາກພື້ນ ອາຊີ ໃຫ້ເຂັ້ມແຂງ, ມີເສດຖະກິດຂະຫຍາຍຕົວ ໄປຄຽງຄູ່ກັບການພັດທະນາແບບຍືນຍົງ ໂດຍຖືເອົາບົດບາດຂອງ ວຽກງານການທູດກິລາ ເຂົ້າມາມີສ່ວນຮ່ວມຫລາຍຂຶ້ນ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດສຳຄັນໃນການສົ່ງເສີມການ ທູດກິລາ ຂອງບັນດາປະເທດສະມາຊິກ ໃນໄລຍະຜ່ານມາ ເປັນຕົ້ນ ການເປັນເຈົ້າພາບຈັດງານເຕະບານໂລກ ຂອງປະ ເທດ ກາຕາ ໃນປີ 2022 ແລະ ປະເທດອື່ນໆ ໃນພາກພື້ນອາຊີ, ພ້ອມທັງ ໄດ້ການແລກປ່ຽນຄຳເຫັນ ກ່ຽວກັບການ ສືບຕໍ່ຮ່ວມມືກັນ ທາງດ້ານຂໍ້ມູນຂ່າວສານ, ນະວັດຕະກໍາ ແລະ ເຕັກໂນໂລຊີທີ່ທັນສະໄໝ ສຳລັບລະບົບແຈ້ງເຕືອນ ເຫດສຸກເສີນດ້ານໄພພິບັດ, ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ແຜນວຽກຂໍ້ລິເລີ່ມ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງ ແລະ ສ້າງແລວເສດຖະກິດ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ ລະຫວ່າງ ປະເທດສະມາຊິກໃນຕໍ່ໜ້າ. ພ້ອມນີ້, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ແຈ້ງໃຫ້ທີ່ປະຊຸມຊາບ ກ່ຽວກັບການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.

ກອງປະຊຸມສຸດຍອດ ຂອບການຮ່ວມມື ACD ໄດ້ຈັດຂຶ້ນມາແລ້ວທັງໝົດ 3 ຄັ້ງ ນັບແຕ່ການສ້າງຕັ້ງຂອບ ການຮ່ວມມືໃນປີ 2002 ໂດຍການສະເໜີຂອງປະເທດສະມາຊິກ ເຊິ່ງຄັ້ງທີ 1 ຈັດຂຶ້ນໃນປີ 2012 ທີ່ ປະເທດ ກູເວດ, ຄັ້ງທີ 2 ຈັດຂຶ້ນໃນປິ 2016 ທີ່ ປະເທດໄທ ແລະ ຄັ້ງນີ້ຈັດຂຶ້ນທີ່ ນະຄອນຫລວງໂດຮາ, ປະເທດ ກາຕາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version