Home ຂ່າວດ່ວນ ລັດຖະມົນຕິີ ສສກ ແລະ ອົງການຢູນີເຊັບ ຊ່ວຍເຫຼືອບັນດາໂຮງຮຽນ ທີ່ຖຶກໄພພິບັດນໍ້າຖ້ວມ ຢູ່ ແຂວງຫຼວງນໍ້າທາ

ລັດຖະມົນຕິີ ສສກ ແລະ ອົງການຢູນີເຊັບ ຊ່ວຍເຫຼືອບັນດາໂຮງຮຽນ ທີ່ຖຶກໄພພິບັດນໍ້າຖ້ວມ ຢູ່ ແຂວງຫຼວງນໍ້າທາ

0

ວັນທີ 21 ກັນຍາ 2024 ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ພ້ອມດວ້ຍຄະນະ ໄດ້ລົງເຄື່ອນຢ້ຽມຢາມບັນດາໂຮງຮຽນ ທີ່ຖືກໄພພິບັດນໍ້າຖ້ວມຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ແລະ ໄດ້ລົງຢ້ຽມຢາມ ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ນາເຕີຍ ທີ່ຖືກໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 9 ກັນຍາ 2024 ເຮັດໃຫ້ໂຮງຮຽນໄດ້ຮັບຄວາມເສຍຫາຍ ແລະ ພ້ອມດຽວກັນນັ້ນ ໂຮງຮຽນ ນານາຊາດ ປັນຍາທິບ ຍັງໄດ້ມອບເງິນຊ່ວຍເຫຼືອ ໃຫ້ໂຮງຮຽນ ລະ 10 ລ້ານກີບ.

ມາໃນວັນທີ 22 ກັນຍາ 2024 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງນໍ້າທາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕິກະຊວງສຶກສາ ແລະ ກິລາ ພ້ອມດ້ວຍຄະນະໄດ້ເຂົ້າພົບປະກັບ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຊຶ່ງໃນອກາດນີ້ທ່ານເຈົ້າແຂວງ ໄດ້ລາຍງານຫຍໍ້ວ່າ ໃນວັນທີ 9 ຫາ 13 ກັນຍາ 2024 ຕໍ່ກັບສະພາບການນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ໄດ້ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບທັງຊີວິດ ແລະ ສັບສິນ, ເຮືອນຊານບ້ານຊ່ອງ ດິນທັບຖົມ, ໄຮ່ນາ, ຮົ້ວສວນ, ຍານພາຫະນະ, ເຄື່ອງໃຊ້ຂອງສອຍເສຍຫາຍຢ່າງໜັກໜ່ວງ ແລະ ຕ້ອງການຄວາມຊ່ວຍເຫຼືອ ທຸກໆພາກສ່ວນໄດ້ສຸມໃສ່ຊ່ວຍເຫຼືອປະຊາຊົນໃຫ້ໄປຢູ່ບອນປອດໄພ ແລະ ມາຮອດປັດຈຸບັນປະຊາຊົນໄດ້ເຂົ້າອະນາໄມເຮືອນຊານແລ້ວ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍມາຍັງພໍ່ແມ່ປະຊາຊົນພາຍໃນແຂວງຫຼວງນໍ້າທາ ໃຫ້ມີຄວາມສາມັກຄີ ແລະ ເຂັ້ມແຂງ ພ້ອມກັນຜ່ານຜ່າ ເອົາຊະນະໄພນໍ້າຖ້ວມໃນຄັ້ງນີ້ໃຫ້ໄດ້ ແລະ ໃຫ້ສືບຕໍ່ ໃນການພັດທະນາຄອບຄົວ ແລະ ການທໍາມາຫາກິນ ໃຫ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ພ້ອມທັງຮຽກຮ້ອງໃຫ້ທາງແຂວງເບິ່ງແຍງຊ່ວຍເຫຼືອຊຸກຍູ້ບັນດາໂຮງຮຽນທີ່ຖືກໄພພິບັດນ້ຳຖ້ວມໃຫ້ກັບມາເຂົ້າໂດຍໄວ.

ໂອກາດດັ່ງກ່າວ ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນການສຶກສາ ມູນຄ່າ 54 ລ້ານກວ່າກີບ ແລະ ມອບເງິນສົດ 50 ລ້ານກວ່າກີບ, ສະມາຄົມການສຶກສາພາກເອກະຊົນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ມູນຄ່າ 40 ລ້ານກວ່າກີບ ແລະ ມອບເງິນສົດ 10 ລ້ານກີບ ແລະ ອົງການຢູນິເຊັບ ໄດ້ມອບສະບູ 5 ແກັດ ແລະ ປື້ມບັນທຶກ 4 ແກັດໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ ໂດຍການຮັບຂອງ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ເພື່ອນໍາໄປຊ່ວຍເຫຼືອບັນດາໂຮງຮຽນທີ່ຖືກໄພພິບັດນ້ຳຖ້ວມ.

ໂອກາດດຽວກັນ, ທ່ານລັດຖະມົນຕິີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ໂຮງຮຽນລ້ຽວກົງ, ມສ ສາມັກຄີ, ໂຮງຮຽນປະຖົມບ້ານຂອນ ແລະ ໂຮງຮຽນກິນນອນຊົນເຜົ່າແຂວງ, ທັງນີ້ກໍເປັນການໃຫ້ກຳລັງໃຈພະນັກງານຄູ ແລະ ນ້ອງນັກຮຽນທີ່ຖືກຜົນກະທົບໄພພິບັດນ້ຳຖ້ວມ.

ຂ່າວໂດຍ: ຕ່າຍອໍລະໄພ ໄຊຍະສິງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version