Home ຂ່າວໜ້າໜຶ່ງ ສະເຫຼີມສະຫຼອງ ການສະຖາປານາ ສປ ຈີນ ຄົບຮອບ 75 ປີ

ສະເຫຼີມສະຫຼອງ ການສະຖາປານາ ສປ ຈີນ ຄົບຮອບ 75 ປີ

0

………

ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງການສະຖາປະນາ ສປ ຈີນ ຄົບຮອບ 75 ປີ (1 ຕຸລາ 1949-1 ຕຸລາ 2024) ຂຶ້ນໃນຕອນຄໍ່າວັນທີ 23 ກັນຍາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: 75 ປີທີ່ຜ່ານມາ, ຈີນ ໄດ້ມີການປ່ຽນແປງໃຫຍ່ ດ້ວຍຄວາມດຸໝັ່ນສູ້ຊົນ; ພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນທຸກຊົນເຜົ່າພະຍາຍາມ ດ້ວຍຈິດໜຶ່ງໃຈດຽວ, ນຳພາປະເທດຈີນອອກຈາກຄວາມທຸກຍາກ ໄປສູ່ຄວາມຮັ່ງມີ ແລະ ຈະເລີນຮຸ່ງເຮືອງເຂັ້ມແຂງຂຶ້ນ; ເສດຖະກິດຈີນໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນມີພຽງ 67,9 ຕື້ຢວນ ໃນປີ 1952, ແຕ່ໄດ້ເພີ່ມຂຶ້ນຢ່າງວ່ອງໄວນັບແຕ່ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ; ໃນປີ 1986, ຍອດມູນຄ່າເສດຖະກິດ ທັງໝົດເກີນ 1 ພັນຕື້ຢວນ; ໃນປີ 2000, ໄດ້ເກີນ 10 ພັນຕື້ຢວນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ເສດຖະກິດໄດ້ສືບຕໍ່ຂະຫຍາຍຕົວ; ໃນປີ 2020, ຍອດມູນຄ່່າເສດຖະກິດທັງໝົດບັນລຸເກີນ 1 ແສນຕື້ຢວນ; ປີ 2023, ໄດ້ເກີນ 126.000 ຕື້ຢວນ, ເພີ່ມຂຶ້ນ 223 ເທົ່າເມື່ອທຽບໃສ່ປີ 1952.

ໂຕເລກ GDP ຕໍ່ຄົນຕໍ່ປີ ໄດ້ເພີ່ມຂຶ້ນຈາກ 119 ຢວນໃນປີ 1952 ມາເປັນ 89.358 ຢວນ; ໃນປີ 2023, ເພີ່ມຂຶ້ນ 89 ເທົ່າ. ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈີນມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນຈີນມີຄວາມຜາສຸກ, ຄວາມສຳເລັດ ແລະ ຄວາມປອດໄພທີ່ນັບມື້ນັບເພີ່ມຂຶ້ນ. ໃນໄລຍະ 75 ປີຜ່ານມາ, ປະຊາຊົນຈີນ ລ້ວນແຕ່ອອກແຮງສ້າງສາປະເທດສັງຄົມນິຍົມທັນສະໄໝ, ເຂັ້ມແຂງ ໃຫ້ສໍາເລັດຜົນຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ. ຫວ່າງບໍ່ດົນມານີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໄດ້ຈັດຂຶ້ນຢູ່ປັກກິ່ງດ້ວຍຜົນສຳເລັດຢ່າງຈົບງາມ, ມັນໄດ້ສຸມກຳລັງແຮງຂອງປະຊາຊົນເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ.

ທ່ານເອກອັກຄະລັດຖະທູດ ຈີນ ຍັງກ່າວວ່າ: ຂ້າພະເຈົ້າໄດ້ມາຕຳລົງຕຳແໜ່ງຢູ່ລາວເປັນ 3 ເດືອນແລ້ວ, ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ວາເກົ່າ ຕໍ່ຄວາມເຂັ້ມແຂງຂອງມິດຕະພາບຈີນ-ລາວ, ຄວາມໝັ້ນໃຈຂອງປະຊາຊົນສອງຊາດຕໍ່ສາຍພົວພັນສອງຝ່າຍ ແລະ ຕໍ່ການຮ່ວມກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ; ປະຊາຊົນຈີນ ກຳລັງກ້າວໄປສູ່ເປົ້າໝາຍ ສູ້ຊົນຄົບຮອບ 100 ປີເຫດການທີ 2 ແລະ ປະຊາຊົນລາວກຳລັງເລັ່ງລັດການປະຕິຮູບ, ປ່ຽນແປງໃໝ່ ເພື່ອບັນລຸເປົ້າໝາຍສັງຄົມນິຍົມ ຊຶ່ງໃນອະນາຄົດ, ຈີນຍິນດີຮ່ວມມືກັບລາວ, ຖືຄວາມເປັນຍຸດທະສາດ ເປັນເອກະພາບກັນຂອງຜູ້ນຳສູງສຸດຈີນ-ລາວ ເປັນການຊີ້ທິດນຳທາງ, ເພີ່ມທະວີການຖອດຖອນບົດຮຽນ, ເພີ່ມທະວີການຮ່ວມມື ແລະ ໄດ້ຮັບໄຊຊະນະພ້ອມກັນ, ລົງເລິກການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ເພື່ອສ້າງຜົນປະໂຫຍດຫຼາຍຂຶ້ນ ໃຫ້ແກ່ປະຊາຊົນທັງສອງຊາດ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version