Home ຂ່າວໜ້າໜຶ່ງ ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

0

ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວກັບ ສະພາບເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ, ພ້ອມທັງພິຈາລະນາຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4.

ທ່ານ ມະໄລທອງ ກົມມະສິດ ຍັງໃຫ້ຮູ້ອຮກວ່າ: ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອັງກິດ ມີມູນຄ່າ 35,1 ຕື້ໂດລາສະຫະລັດ, ກວມເອົາ 1,0% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກອັງກິດ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 2,2 ຕື້ໂດລາສະຫະລັດ, ກວມເອົາ 0,9% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ. ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກເຮົາໄດ້ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືດ້ານເສດຖະກິດ ລະຫວ່າງສອງພາກພື້ນ. ປີຜ່ານມາ, ພວກເຮົາໄດ້ມີການປຶກສາຫາລື ໃນຫລາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ອັງກິດ ໃນນັ້ນ, ພວກເຮົາໄດ້ຢືນຢັນຄໍາໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືເສດຖະກິດ ແລະ ການຄ້າ ລະຫວ່າງສອງພາກພື້ນ ໂດຍສະເພາະ ໃນການຮັບປະກັນສະບຽງອາຫານ ແລະ ພະລັງງານ ພ້ອມທັງປະຕິບັດຕາມຫລັກການການຄ້າຫລາຍຝ່າຍ ແບບບໍ່ຈໍາແນກ, ເປີດກວ້າງ ແລະ ໂປ່ງໃສ; ພວກເຮົາ ຍັງໄດ້ຮັບຊາບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫລງການຮ່ວມ ວ່າດ້ວຍ ການຮ່ວມມືທາງດ້ານເສດຖະກິດ ໃນອະນາຄົດ ແລະ ການປະກອບສ່ວນອັນສໍາຄັນຂອງອັງກິດ ຕໍ່ປະຊາຄົມເສດຖະກິດອາຊຽນ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version