Home ຂ່າວການເມືອງ ສິງກະໂປມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ສິງກະໂປມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ລາວ

0

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ Sudesh Maniar ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງລາວ ແລະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ຜ້າຫົ່ມ, ຊຸດອາຫານ, ເຄື່ອງຕອງນໍ້າ ແລະ ອື່ນໆ, ເປັນເຄື່ອງຊ່ວຍເຫລືອດ້ານມະນຸດສະທຳ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອສຸກເສີນແກ່ຜູ້ປະສົບໄພພິບັດ ເຊິ່ງຈະ ຊ່ວຍເປັນການປະກອບສ່ວນສຳຄັນໃຫ້ແກ່ ສປປ ລາວ ໃນການກຽມຄວາມພ້ອມ ເພື່ອສາມາດຮັບມືກັບໄພພິບັດສຸກ ເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ ເພື່ອຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ໂດຍສະເພາະຜູ້ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນ ສປປ ລາວ.

ເຄື່ອງຊ່ວຍເຫລືອຄັ້ງນີ້, ແມ່ນຖືກຂົນສົ່ງມາໂດຍເຮືອບິນຂອງກອງທັບອາກາດ ສິງກະໂປ ເຊິ່ງເຮືອບິນດັ່ງ ກ່າວ ຍັງໄດ້ປະກອບສ່ວນລຳລຽງເຄື່ອງຊ່ວຍຈາກ ສູນຊ່ວຍເຫລືອໄພພິບັດສຸກເສີນອາຊຽນ (AHA) ນຳມາຊ່ວຍ ເຫລືອ ສປປ ລາວ ອີກດ້ວຍ.

ຂ່າວ-ພາບ: ວຽງສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version