Home ຂ່າວພາຍໃນ ຜົນປະກອບການດ້ານການເງິນ H1/2024 ຂອງ VietJet ສະແດງໃຫ້ເຫັນລາຍຮັບ ແລະ ຜົນກຳໄລທີ່ເພີ່ມຂຶ້ນ ທ່າມກາງການຂະຫຍາຍຕົວຢ່າງໄວວາ

ຜົນປະກອບການດ້ານການເງິນ H1/2024 ຂອງ VietJet ສະແດງໃຫ້ເຫັນລາຍຮັບ ແລະ ຜົນກຳໄລທີ່ເພີ່ມຂຶ້ນ ທ່າມກາງການຂະຫຍາຍຕົວຢ່າງໄວວາ

0

(ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2024) – ບໍລິສັດຫ້າງຫຸ້ນສ່ວນການບິນ VietJet (HOSE: VJC) ໄດ້ອອກຖະແຫຼງການກວດກາການເງິນ ເຄິ່ງປີທຳອິດຂອງປີ 2024 (H1/2024) ລາຍງານຜົນລາຍຮັບ ແລະ ກຳໄລເພີ່ມຂຶ້ນຢ່າງເຕີບໃຫຍ່ເມື່ອທຽບໃສ່ປີຕໍ່ປີ (YoY).
ບົດ​ລາຍ​ງານ​ຊີ້​ໃຫ້ເຫັນວ່າ ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາກາດ​ຂອງ VietJet ບັນລຸເຖິງ 33.862 ຕື້​ດົ່ງ (ປະມານ 1,37 ຕື້ ໂດລາສະຫາລັດ) ​ໃນຊ່ວງ 6 ​ເດືອນ​ຕົ້ນ​ປີ 2024 ເຊິ່ງສູງ​ກວ່າ​ງົບ​ປະ​ມານ​ການ​ເງິນ​ທີ່​ໄດ້​ສັງ​ລວມ​ເລັກ​ໜ້ອຍ. ກຳໄລ​ກ່ອນ​ການ​ເສຍ​ອາ​ກອນ​ແມ່ນຢູ່ທີ່ 1.166 ພັນ​ຕື້​ດົ່ງ (ປະ​ມານ 47,38 ລ້ານ​ໂດ​ລາ​ສະ​ຫະ​ລັດ), ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍເຖິງ 688% ເມື່ອທຽບໃສ່ປີຕໍ່ປີ.
VietJet ລາຍງານລາຍຮັບລວມຊ່ວງເຄິ່ງປີທຳອິດປະມານ 34.030 ພັນຕື້ດົ່ງ (ປະມານ 1.38 ຕື້ໂດລາສະຫະລັດ) ແລະ ກໍາໄລກ່ອນເສຍອາກອນລວມຫຼາຍກວ່າ 1 ພັນຕື້ດົ່ງ (ປະມານ 40.63 ລ້ານໂດລາສະຫະລັດ), ເພີ່ມຂຶ້ນ 15% ແລະ 307% ຕາມລໍາດັບ.
ມາຮອດວັນທີ 30 ມິຖຸນາ 2024, ຊັບສິນທັງໝົດຂອງ VietJet ມີກວ່າ 92.205 ພັນຕື້ດົ່ງ (ປະມານ 3.74 ຕື້ໂດລາສະຫະລັດ). ອັດຕາສ່ວນຫນີ້ສິນຕໍ່ຫຸ້ນຍັງຄົງຢູ່ທີ່ປະມານ 2.16 ເທົ່າ ທຽບກັບຄ່າສະເລ່ຍທົ່ວໂລກຢູ່ທີ່ 5 ເທົ່າ. ອັດຕາສ່ວນສະພາບຄ່ອງຢູ່ທີ່ 1.39 ເທົ່າ ເຊິ່ງຢູ່ໃນຂອບເຂດທີ່ດີສໍາລັບອຸດສາຫະກໍາການບິນ.
ຕາມ Saigon Ratings, ອົງການ​ຈັດ​ອັນ​ດັບ​ສິນ​ເຊື່ອ​ອິດສະຫຼະ, VietJet ​ໄດ້​ຮັກສາ​ລະດັບ​ສິນ​ເຊື່ອ​ໃນ​ໄລຍະ​ຍາວຂອງ “vnBBB” ດ້ວຍ​ “ໝັ້ນຄົງ” ຈາກ​ການ​ຟື້ນ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ສາຍ​ການ​ບິນ ແລະ ການ​ກະ​ກຽມ​ຢ່າງ​ຕັ້ງ​ໜ້າ​ສຳ​ລັບ​ແຜນ​ການ​ໃນ​ໄລ​ຍະ​ປີ 2022 ແລະ 2023, VietJet ຄາດ​ວ່າ​ຈະ​ບັນ​ລຸ​ບັນ​ດາ​ການພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ແລະ ຍືນ​ຍົງ​ຍິ່ງຂຶ້ນ​ໃນ​ໄລ​ຍະ​ກາງ ແລະ ໄລຍະຍາວ.
​ໃນ​ເຄິ່ງ​ທຳ​ອິດ​ຂອງ​ປີ 2024, VietJet ​ໄດ້​ຊຳລະ​ພາສີ ​ແລະ ຄ່າ​ທຳນຽມ​ທາງ​ກົງ ​ແລະ ທາງ​ອ້ອມ​ເປັນ​ມູນ​ຄ່າ 3.687 ຕື້​ດົ່ງ (ປະມານ 146,78 ລ້ານໂດລາສະຫາລັດ).
ໃນ​ເຄິ່ງ​ປີທຳ​ອິດ​ຂອງ​ 2024 ສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 13.1 ລ້ານ​ຄົນ​ໃນ​ຫຼາຍ​ກວ່າ 70,000 ຖ້ຽວ​ບິນ​​. ຈຳນວນຜູ້ໂດຍສານລະຫວ່າງປະເທດບັນລຸ 5,5 ລ້ານຄົນ ໃນຂະນະທີ່ຖ້ຽວບິນສາກົນເກີນ 28,300 ຖ້ຽວບິນ, ມີອັດຕາເພີ່ມຂຶ້ນ 52% ແລະ 43% ຕາມລໍາດັບເມື່ອທຽບໃສ່ລາຍປີ. ສິ່ງນີ້ຈະເຮັດໃຫ້ VietJet ເປັນສາຍການບິນຊັ້ນນໍາໃນດ້ານປະລິມານຈຳນວນຜູ້ໂດຍສານ.

VietJet ໃຫ້ບໍລິການຫຼາຍກວ່າ 149 ເສັ້ນທາງໃນທົ່ວປະເທດຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນມີ 38 ເສັ້ນທາງພາຍໃນ ແລະ ຕ່າງປະເທດ 111 ເສັ້ນທາງ, ລວມທັງປະເທດລາວດ້ວຍເສັ້ນທາງໃໝ່ທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ໂດຍມີ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເຊິ່ງໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ.
ສາຍການບິນ VietJet ມີເຮືອບິນ 105 ລຳ (ລວມທັງ VietJet ປະເທດໄທ), VietJet ພວມຕັ້ງໜ້າຂະຫຍາຍເຄືອຂ່າຍການບິນຂ້າມທະວີບ ໂດຍທີ່ພັດທະນາເຮືອບິນໃໝ່, ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
VietJet ໄດ້ຮັບກຽດຈາກວາລະສານການເງິນສາກົນ International Finance ເປັນ “ສາຍການບິນລາຄາປະຢັດດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້” ແລະ “ດີທີ່ສຸດດ້ານການເງິນ-ບໍລິຫານ-ການບິນ-ຫວຽດນາມ” ໄດ້ຖືກການຍອມຮັບໂດຍ Airline Ratings ເປັນ “ສາຍການບິນລາຄາຖືກສຸດພິເສດ” ແລະ “ການບໍລິການຕ້ອນຮັບເທິງເຮືອບິນທີ່ລາຄາຖືກດີທີ່ສຸດ” ແລະ ເປັນໜຶ່ງໃນ 50 ບໍລິສັດທີ່ດີທີ່ສຸດຂອງ Forbes ໃນຫວຽດນາມ ໃນປີ 2024.


ສາຍ​ການ​ບິນ​ນີ້​ຍັງ​ໄດ້​ຮັບ​ລາງວັນ​ສອງ​ຢ່າງ​ໃນ​ງານ World Travel Awards 2024 ໂດຍ​ໄດ້​ຮັບ​ລາງວັນ “ສາຍ​ການ​ບິນ​ຊັ້ນ​ນຳ​ຂອງ​ອາ​ຊີ​ດ້ານການໃຫ້ປະ​ສົບ​ການແກ່​ລູກ​ຄ້າ” ແລະ “ສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ”.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version