Home ຂ່າວພາຍໃນ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ມອບເງິນນະໂຍບາຍອຸດໜູນ ເສຍຊີວິດໃຫ້ຄອບຄົວອະດີດການນໍາ ຫົວໜ້າການທະຫານກອງບັນຊາການທະຫານແຂວງ

ກອງບັນຊາການທະຫານແຂວງ ສະຫວັນນະເຂດ ມອບເງິນນະໂຍບາຍອຸດໜູນ ເສຍຊີວິດໃຫ້ຄອບຄົວອະດີດການນໍາ ຫົວໜ້າການທະຫານກອງບັນຊາການທະຫານແຂວງ

0

ໃນວັນທີ 9 ກັນຍາ 2024 ນີ້ ທາງກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ຈັດພິທີມອບເງິນນະໂຍບາຍອຸດໜູນ ເສຍຊີວິດໃຫ້ກັບຄອບຄົວສະຫາຍ ພັນເອກ ຄໍາເພັດ ສຸລິຍະວົງ ອະດີດການນໍາ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ຈໍານວນ 134 ລ້ານກວ່າກີບ ພິທີໄດ້ຈັດຂື້ນ ທີ່ຫ້ອງປະຊຸມເຮືອນຮັບຕ້ອນກອງບັນຊາການທະຫານແຂວງ ໂດຍໃຫ້ກຽດມອບເງິນດັ່ງກ່າວຂອງ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກໍາມະການປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ແລະ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ,ຕາງໜ້າຮັບໂດຍ ສະຫາຍ ຮ້ອຍໂທ ແສງສຸລີ ສຸລິຍະວົງ ຜູ້ເປັນລູກຊາຍພ້ອມດ້ວຍຍາດພີ່ນ້ອງ ແລະ ມີຄະນະພັກ-ຄະນະບັນຊາອົງການ5ຫ້ອງ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງກອງບັນຊາການທະຫານແຂວງເຂົ້າຮ່ວມ.

ການມອບເງິນຄັ້ງນີ້ ໂດຍປະຕິບັດຕາມກົດໝາຍປະກັນສັງຄົມແຫ່ງລັດ ກະຊວງປ້ອງກັນປະເທດ ທີ່ມີນະໂຍບາຍຕໍ່ພະນັກງານ,ນາຍ ແລະ ພົນທະຫານຂອງກອງທັບປະຊາຊົນລາວ ທີ່ເສຍຊີວິດ ທັງນີ້ກໍ່ເພື່ອເປັນການເບິ່ງແຍງດູແລຄອບຄົວເພື່ອເຮັດໃຫ້ຄອບຄົວຂອງພະນັກງານ,ນາຍ ແລະ ພົນທະຫານທີ່ເສຍຊີວິດ ໄດ້ມີທຶນຮອນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂື້ນ.ຜ່ານມາທາງກອງບັນຊາການທະຫານແຂວງ ກໍ່ຄືພະແນກປະກັນສັງຄົມ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານນະໂຍບາຍດັ່ງກ່າວຢ່າງແຂງແຮງ ແລະ ໃນໂອກາດມອບເງິນນີ້ ທາງຄະນະກອງບັນຊາການທະຫານແຂວງ ຍັງໄດ້ໂອ້ລົມສະແດງຄວາມເສຍໃຈ,ເສຍດາຍ ແລະ ເປັນຫ່ວງເປັນໃຍຕໍ່ຄອບຄົວຂອງເພີ່ນ ພ້ອມທັງຈະເອົາໃຈໃສ່ ປະຕິບັດນະໂຍບາຍຂອງກອງທັບໃນການເບິ່ງແຍງຄອບຄົວຂອງເພີ່ນ ແລະ ລູກຢ່າງເໝາະສົມຕາມລະບຽບການ.

ພາບ-ຂ່າວ: ວິລະພົງ ເທບໂພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version