Home ຂ່າວການເມືອງ ເຈົ້າແຂວງອັດຕະປື ຕ້ອນຮັບເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ

ເຈົ້າແຂວງອັດຕະປື ຕ້ອນຮັບເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ

0

ຂປລ. ແຫລ່ງຂ່າວ ຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງໆອັດຕະປື ພ້ອມຄະນະ ຕ້ອນຮັບການມາຢ້ຽມຢາມ ແລະ ພົວພັນວຽກທາງການຂອງ ທ່ານ ນາງ ເມແກນ ໂຈນສ໌ (Megan Jone) ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳລາວ ພ້ອມດ້ວຍ ຄະນະນຳຂັ້ນສູງຈາກກະຊວງ ສາທາລະນະສຸກ, ກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າຈາກອົງການ ອຸຍນີເຊັບ ປະຈຳລາວ ໃນວັນທີ 3 ກັນຍາ 2024 ຜ່ານມາ.

ໂອກາດນີ້, ທ່ານ ນາງ ເມແກນ ໂຈນສ໌ ໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວຈຸດປະສົງ ທີ່ມາເຄື່ອນໄຫວວຽກງານຢູ່ແຂວງອັດຕະປືຄັ້ງນີ້ ກໍເພື່ອເຂົ້າຢ້ຽມຢາມ ແລະ ແນະນຳຕົວ ເພື່ອລົງຕິດຕາມ ແລະ ຢ້ຽມຢາມ ວຽກງານບໍລິການຂະແໜງ ສາທາລະນະສຸກ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ອົດສະຕຣາລີ ແລະ ເຂົ້າຮ່ວມພິທີເປີດໂຄງການສຳຫລວດພະຍາດໄຂ້ມາລາເຣຍ ທີ່ບໍ່ສະແດງອາການ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກສະຖາບັນພະຍາດມາເລເຣຍ ແລະ ພະຍາດຕິດຕໍ່ ຂອງກອງທັບອົດສະຕຣາລີ ທີ່ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ເພື່ອຢ້ຽມຢາມໂຄງການສັກວັກຊິນກັນພະຍາດ ທີ່ເມືອງຊານໄຊ ແຂວງອັດຕະປື.

ໂອກາດດຽວກັນນີ້, ທ່ານ ພົທ ວັນທອງ ກອງມະນີ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກທີ່ແຂວງອັດຕະປື ຄັ້ງນີ້ ພ້ອມທັງລາຍງານ ສະພາບລວມຂອງແຂວງອັດຕະປື ໃຫ້ຄະນະດັ່ງກ່າວໄດ້ຮັບຮູ້ ແລະ ຍັງໄດ້ສະເໜີແນະໃຫ້ທ່ານເອກອັກຄະລັດຖະທູດ ຮູ້ເຖິງຈຸດພິເສດ ແລະ ທ່າແຮງບົ່ມຊ້ອນທາງດ້ານອຸດສາຫະກຳ, ກະສິກຳ ແລະ ສະຖານທີ່ທ່ອງທ່ຽວ ຕ່າງໆພາຍໃນແຂວງອັດຕະປື ທັງນີ້ກໍເພືື່ອໃຫ້ທ່ານທູດ ຊ່ວຍແນະນຳ ແລະ ດຶງດູດບັນດານັກລົງທຶນຈາກຕ່າງປະເທດ ເພື່ອເຂົ້າມາສຶກສາເບິ່ງຄວາມເປັນໄປໄດ້. ພ້ອມນີ້, ເຈົ້າແຂວງອັດຕະປື ໄດ້ຂອບໃຈລັດຖະບານອົດສະຕຣາລີ ຜ່ານທ່ານທູດ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານທຶນຮອນ ແລະ ວັດຖຸອຸປະກອນ ກ່ຽວກັບວຽກງານສາທາລະນະສຸກ ໃຫ້ແຂວງອັດຕະປືເປັນຈຳນວນຫລາຍ ແລະ ຫວັງວ່າລັດຖະບານອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອແຂວງອັດຕະປືໃນຕໍ່ໜ້າ ໂດຍສະເພາະ ດ້ານວຽກງານສາທາລະນະສຸກ, ອຸດສາຫະກຳ ແລະ ກະສິກຳ ເພື່ອຊ່ວຍພັດທະນາເສດຖະກິດ-ສັງຄົມ ແຂວງອັດຕະປື ໃຫ້ນັບມື້ນັບດີຂຶ້ນ.

ຂ່າວ-ພາບ: ວິໄລສັກ ແກ້ວຫລວງໂຄດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version