Home ຂ່າວພາຍໃນ ຊາວໜຸ່ມກະຊວງ ຖວທ ທັດສະນະສຶກສາຢູ່ອະນຸສອນສະຖານຄຸກກັກຂັງທ່ານຜູ້ນຳ ແລະ ຫໍພິພິທະພັນກອງທັບ

ຊາວໜຸ່ມກະຊວງ ຖວທ ທັດສະນະສຶກສາຢູ່ອະນຸສອນສະຖານຄຸກກັກຂັງທ່ານຜູ້ນຳ ແລະ ຫໍພິພິທະພັນກອງທັບ

0

ຄະນະບໍລິຫານງານຊາວໜຸ່ມກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ແລະ ໜ່ວຍຊາວໜຸ່ມ ອ້ອມຂ້າງກະຊວງ ຖວທ ຫລາຍກວ່າ 50 ສະຫາຍ, ນໍາໂດຍ ສະຫາຍ ວຽງພອນ ສຸກຂະວົງ ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຖວທ ໄປທັດສະນະສຶກສາອະນຸສອນສະຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ທີ່ຄ້າຍໂພນເຄັງ ແລະ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ໃນວັນທີ 23 ສິງຫາ 2024 ໃນໂອກາດວັນຢຶດອໍານາດ 23 ສິງຫາ, ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້.

ໂອກາດນີ້, ສະຫາຍ ວຽງພອນ ສຸກຂະວົງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ວ່າ: ເນື່ອງໃນໂອກາດວັນຍຶດອໍານາດ 23 ສິງຫາ ແລະ ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ຈະຈັດຂຶ້ນໃນອີກບໍ່ດົນນີ້, ຄະນະບໍລິຫານງານຊາວໝຸ່ມ ກະຊວງ ຖວທ ໄດ້ນໍາພາຄະນະຊາວໜຸ່ມມາທັດສະນະສຶກສາ ຢູ່ສະຖານທີ່ແຫ່ງນີ້ເຊິ່ງຊາວໜຸ່ມຂອງພວກເຮົາເປັນແຂນຂວາຂອງພັກ ເປັນກະດູກສັນຫລັງຂອງຊາດ. ສະນັ້ນ, ຈຶ່ງຢາກມາຮຽນຮູ້ ວິລະກຳຂອງທ່ານຜູ້ນໍາຮຸານກ່ອນ ເພື່ອຮຽນຮູ້ເອົາຄຸນສົມບັດສິນທໍາປະຕິຫວັດ, ການເຮັດແທ້ທໍາຈິງ ການຍຶດໝັ້ນອຸດົມການ ເພື່ອພັກ-ລັດ ແລະ ການດໍາລົງຊີວິດແລະ ການເສຍສະຫລະຂອງທ່ານຜູ້ນໍາໃນເມື່ອກ່ອນ ໂດຍສະເພາະ ແມ່ນຜູ້ນໍາ16 ທ່ານທີ່ຖືກກັກຂັງຢູ່ໃນສະຖານທີ່ແຫ່ງນີ້, ໄດ້ຮັບຮູ້ເຫດການຕ່າງໆ ທີ່ເກີດຂຶ້ນທີ່ເພີ່ນໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ເພື່ອປົດປ່ອຍປະເທດຊາດ ເຊິ່ງເຫດການສໍາຄັນນີ້ ຊາວໜຸ່ມເຮົາຕ້ອງຮຽນຮູ້ ແລະ ເຊື່ອມຊຶມກຳແໜ້ນກ່ຽວກັບປະຫວັດສາດມູນເຊື້ອແຫ່ງການຈັດຕັ້ງນຳພາຂອງພັກໃນການຕໍ່ສູ້ທາງດ້ານການເມືອງ, ການທະຫານ, ການຕ່າງປະເທດ, ບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການເມືອງ, ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອ ແລະ ຄວາມປີຊາສາມາດ, ສະຫລາດສ່ອງໃສຂອງສູນກາງພັກປະຊາຊົນ ປະຕິວັດລາວ.

ໂອກາດດຽວກັນ, ຄະນະຊາວໝຸ່ມກະຊວງ ຖວທ ຍັງໄດ້ໄປທ່ຽວຊົມຫໍພິພິທະພັນ ກອງທັບປະຊາຊົນຊົນລາວ ເບິ່ງການສາຍສາລະຄະດີ ກອງທັບປະຊາຊົນລາວໃນເມື່ອກ່ອນ, ພາຫະນະຮັບໃຊ້ຮັບໃຊ້ພາລະກິດປົດປ່ອຍຊາດ, ບ່ອນຈັດວາງພາຫະນະອາວຸດ ທີ່ກອງທັບປະຊາຊົນລາວນໍາໃຊ້ໃນພາລະກິດຕໍ່ສູ້ກູຊາດ ແລະ ປົກປັກຮັກສາປະເທດຊາດ, ສິລະປະຈິດຕະກໍາແກະສະຫລັກແຜ່ນທອງແດງໂກບເສົາກາງ ມີຄວາມໝາຍທາງວັດທະນະທໍາ, ບຸນປະເພນີຂອງລາວ, ພ້ອມທັງຜົນງານແຫ່ງໄຊຊະນະຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສະແດງອອກຢູ່ໃນວັດຖຸ-ຮູບພາບຢ່າງຈະແຈ້ງ ເຊິ່ງປະກອບມີຮູບແຕ້ມ, ຮູບຖ່າຍ ແລະ ຍຸດໂທປະກອນການຕໍ່ສູ້ແຕ່ລະໄລຍະຜ່ານມາ.

ຂ່າວ-ພາບ: ວີລະວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version