Home ຂ່າວໜ້າໜຶ່ງ ການເປີດບໍລິການທາງລົດໄຟ ຈີນ-ລາວ ຊຸກຍູ້ການພັດທະນາ ຊັບພະຍາກອນມະນຸດທາງລົດໄຟຂອງລາວ

ການເປີດບໍລິການທາງລົດໄຟ ຈີນ-ລາວ ຊຸກຍູ້ການພັດທະນາ ຊັບພະຍາກອນມະນຸດທາງລົດໄຟຂອງລາວ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ເຜີຍແຜ່ຂ່າວດີທີ່ມີຄວາມໝາຍສຳຄັນ ເປັນຂີດໝາຍໃນປະຫວັດສາດອີກຂ່າວໜຶ່ງ ນັ້ນກໍຄື: ນັກຂັບລົດໄຟລາວ 14 ຄົນຊຸດທຳອິດ ໄດ້ຮັບໃບຢັ້ງຢືນຂັບຂີ່ລົດໄຟ ຢ່າງເປັນທາງການ, ພວກເຂົາເຈົ້າ ຈະສາມາດບັນຊາຂະບວນລົດໄຟຕາມທາງລົດໄຟ ຈີນ-ລາວ ໄດ້ດ້ວຍຕົນເອງ.

ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງລາວ ໄດ້ຕີລາຄາສູງພະນັກງານຂັບລົດໄຟຄົນລາວ ທີ່ສາມາດບັນຊາ ໃຫ້ລົດໄຟແລ່ນໄປສູ່ຈຸດໝາຍໄດ້ດ້ວຍຕົນເອງ ແລະ ເຫັນວ່ານີ້ເປັນເຫດ ການສຳຄັນໃນປະຫວັດສາດຂອງການພັດທະນາດ້ານຄົມມະນາຄົມຂອງ ລາວ ແລະ ກໍແມ່ນຜົນສຳເລັດທີ່ມີຄວາມໝາຍສຳຄັນເປັນຂີດໝາຍ ໃນປະຫວັດສາດ ສຳລັບສອງປະເທດຈີນ ແລະ ລາວ ຮ່ວມກັນອົບຮົມ ບົ່ມສ້າງຊັບພະຍາກອນມະນຸດທາງລົດໄຟຂອງລາວ.

ຖ້າເວົ້າວ່າການສ້າງທາງລົດໄຟ ຈີນ-ລາວ ໄດ້ສ້າງຄວາມສຸກໃຫ້ແກ່ ປະຊາຊົນສອງຊາດ ຈີນ-ລາວ, ຄັນຊັ້ນ, ການມອບພວງມະໄລຂອງຂະບວນ ລົດໄຟແຫ່ງຄວາມສຸກຂະບວນນີ້ໃຫ້ແກ່ປະຊາຊົນລາວ ມັນກໍຈະເປັນ ການສ້າງຄວາມສຸກໄປໃຫ້ແກ່ປະຊາຊົນລາວຕື່ມອີກ. ກ່ອນເປີດບໍລິການ ທາງລົດໄຟ ຈີນ-ລາວ, ຢູ່ພາຍໃນປະເທດລາວ ຍັງບໍ່ທັນມີທາງລົດໄຟ ທີ່ເປີດເປັນທຸລະກິດທາງການເຊິ່ງເຮັດໃຫ້ຂາດການສະສົມຊັບພະຍາກອນ ມະນຸດ ແລະ ລະບົບການອົບຮົມ ແລະ ກວດກາຕີລາຄາຕໍ່ຜູ້ຂັບລົດໄຟ. ໃນເວລາທີ່ໃກ້ຈະເປີດບໍລິການທາງລົດໄຟ ຈີນ-ລາວ, ທີມງານຝ່າຍຈີນ ກໍໄດ້ຊ່ວຍຝ່າຍລາວ ຄົ້ນຄວ້າ ແລະ ວາງກົດໝາຍກົດລະບຽບ, ລະບຽບ ການຄຸ້ມຄອງ, ມາດຕະຖານດ້ານເຕັກນິກ ແລະ ການບັນຊາເປັນຕົ້ນ ພ້ອມທັງໄດ້ສົ່ງຜູ້ຊ່ຽວຊານຝ່າຍຈີນ ລົງໄປຊີ້ນຳ ແລະ ຊ່ວຍຝ່າຍລາວ ດຳເນີນງານທາງລົດໄຟອີກດ້ວຍ.

ພາຍຫລັງເປີດບໍລິການທາງລົດໄຟ ຈີນ-ລາວ ແລ້ວ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ອົບຮົມບົ່ມສ້າງຜູ້ຂັບຂີ່ລົດໄຟຄົນລາວ ເທື່ອລະກ້າວເຊິ່ງໄດ້ ຊຸກຍູ້ການພັດທະນາຊັບພະຍາກອນມະນຸດໃຫ້ແກ່ທາງລົດໄຟຂອງປະເທດລາວ. ນັບແຕ່ເດືອນມິຖຸນາ ປີ 2020 ເປັນຕົ້ນມາ, ທາງບໍລິສັດ ໄດ້ປະກາດ ຮັບສະໝັກພະນັກງານຄົນລາວ ຊຸດທຳອິດ, ໄດ້ດຳເນີນການຝຶກອົບຮົມ ກ່ອນເຂົ້າເຮັດວຽກໃນດ້ານຍົກລະດັບພາສາຈີນ, ທິດສະດີທາງລົດໄຟ ແລະ ການບັນຊາຕົວຈິງທີ່ກິນເວລາໄປເຖິງປີເຄິ່ງ. ບໍລິສັດທາງລົດໄຟ ລາວ-ຈີນ ຍັງໄດ້ຖືເອົາການຝຶກອົບຮົມຜູ້ຂັບລົດໄຟຄົນລາວ ໄວ້ຢູ່ຖານະສຳຄັນທີ່ສຸດ. ພາຍຫລັງເປີດບໍລິການທາງລົດໄຟ ຈີນ-ລາວ ແລ້ວ, ຈີນຍັງໄດ້ສົ່ງ ຜູ້ຂັບລົດໄຟທີ່ເປັນຄົນຈີນ ທີ່ມີເຕັກນິກການຂັບທີ່ຊຳນິຊຳນານ ແລະ ມີປະສົບການຢ່າງລົ້ນເຫລືອໄປຊີ້ນຳເຕັກນິກການຂັບໃຫ້ແກ່ຜູ້ຂັບຂີ່ ຝ່າຍລາວແບບຕົວຕໍ່ຕົວ, ໂດຍຜ່ານຈາກການຈັດຊຸດຝຶກອົບຮົມ ແລະ ດຳເນີນການແຂ່ງຂັນສີມືອອກແຮງງານເພື່ອດຳເນີນການຝຶກອົບຮົມເຕັກນິກປະຈຳວັນຢ່າງໜັກແໜ້ນ, ຜູ້ທີ່ຮຽນຂັບລົດໄຟຄົນລາວ ໄດ້ລຶ້ງແກວ່ນ ກັບຫລັກມູນ, ມາດຕະຖານ ແລະ ຂັ້ນຕອນໃນການດຳເນີນງານຂອງ ຂະບວນລົດໄຟຢ່າງລະອຽດເທື່ອລະກ້າວ ພ້ອມທັງໄດ້ກຳແໜ້ນເຕັກນິກ ແລະ ເນື້ອໃນສຳຄັນທີ່ກ່ຽວຂ້ອງໃນການບັນຊາທຸກພາກສ່ວນຂອງລົດໄຟ. ນັບມາຮອດປັດຈຸບັນນີ້, ຈີນໄດ້ຝຶກອົບຮົມຊັບພະຍາກອນມະນຸດ ທາງລົດໄຟຄົນລາວແລ້ວເຖິງ 800 ກວ່າຄົນ.

ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ໂຄງການວິທະຍາໄລເຕັກນິກວິຊາຊີບ ການລົດໄຟ ທີ່ຈີນຊ່ວຍເຫລືອລາວ ຈະໄດ້ອົບຮົມບົ່ມສ້າງຊັບພະຍາກອນ ມະນຸດທາງລົດໄຟຄົນລາວເປັນຈຳນວນຫລວງຫລາຍ. ວິທະຍາໄລເຕັກນິກ ວິຊາຊີບການລົດໄຟລາວ ແມ່ນວິທະຍາໄລເຕັກນິກວິຊາຊີບການລົດໄຟ ແຫ່ງທຳອິດໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ເພີ່ມເຕີມ ຊ່ອງທາງການສຶກສາໃນຂົງເຂດເຕັກນິກວິຊາຊີບການລົດໄຟຂອງລາວ. ໃນອະນາຄົດ, ສອງປະເທດຈີນ ແລະ ລາວ ຍັງຈະສືບຕໍ່ດຳເນີນການຮ່ວມ ມືດ້ານການສຶກສາວິຊາຊີບ ໂດຍມີວິທະຍາໄລເຕັກນິກວິຊາຊີບການລົດ ໄຟຄຸນໝິງ ສົ່ງອາຈານສອນຫລາຍຊຸດໄປລາວ ເພື່ອສຶກສາອົບຮົມ ພະນັກງານຝ່າຍລາວ ຢ່າງຕໍ່ເນື່ອງ. ປັດຈຸບັນ, ອາຈານ ຊຸດທຳອິດຈຳນວນ 16 ຄົນໄດ້ເດີນທາງໄປເຖິງປະເທດລາວແລ້ວ.

ຈີນ ມີຄຳສຸພາສິດວ່າ: ມອບປາໃຫ້ຄົນອື່ນດີຫລາຍ, ແຕ່ສອນວິທີຫາປາ ໃຫ້ຈະດີກວ່າ. ໃນຂະນະທີ່ສ້າງທາງລົດໄຟ ຈີນ-ລາວ ນັ້ນ, ຈີນ ຍັງໄດ້ຊ່ວຍ ອົບຮົມບົ່ມສ້າງຊັບພະຍາກອນມະນຸດທາງລົດໄຟ ໃຫ້ແກ່ປະເທດລາວ ອີກດ້ວຍ ເພື່ອເຮັດໃຫ້ ຂະບວນລົດໄຟແຫ່ງຄວາມສຸກຂະບວນນີ້ສາມາດ ບັນຊາຂັບເຄື່ອນໄປດ້ວຍພະນັກງານທີ່ເປັນຄົນລາວໄດ້ຢ່າງແທ້ຈິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version