Home ຂ່າວພາຍໃນ ມອບ-ຮັບແຜນຜັງ ພັດທະນາ ເຂດບໍລິເວນເດີ່ນວັດພະທາດໂຜ່ນ ເມືອງໄຊພູທອງ

ມອບ-ຮັບແຜນຜັງ ພັດທະນາ ເຂດບໍລິເວນເດີ່ນວັດພະທາດໂຜ່ນ ເມືອງໄຊພູທອງ

0

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີມອບ-ຮັບແຜນຜັງພັດທະນາ ເຂດບໍລິເວນເດີ່ນວັດພະທາດໂຜ່ນ ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນເຂດ ລະຫວ່າງພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ຮ່ວມກັບຫ້ອງການ ຍທຂ ເມືອງໄຊພູທອງ ໃນວັນທີ 13 ສິງຫາ 2024 ທີ່ຫ້ອງການສົງ ບ້ານໂພນທາດ ຕາງໜ້າເຊັນມອບທ່ານ ສຸກທະນູສອນ ອິນທິສອນ ຫົວໜ້າຂະແໜງ ເຄຫະຜັງເມືອງ ພະແນກ ຍທຂ ແຂວງສະຫວັນນະເຂດ ແລະ ທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງໆໄຊພູທອງ ພ້ອມດ້ວຍນາຍບ້ານ ແລະ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພົມມາ ສົງວິໄລ ໄດ້ກ່າວວ່າ: ການມອບ-ຮັບແຜນຜັງບ້ານໂພນທາດ ຄັ້ງນີ້ ກໍເພື່ອເຮັດໃຫ້ການຮັບຮອງເອົາແຜນຜັງ ບ້ານໂພນທາດ ເປັນຕົ້ນ ການເກັບຂໍ້ມູນທາງດ້ານນະໂຍບາຍ ແລະ ພັດທະນາທາງດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ-ສັງຄົມ ທີ່ເປັນຂໍ້ມູນພື້ນຖານ ແກ່ການວາງແຜນຜັງເມືອງດັ່ງກ່າວ ພ້ອມທັງໄດ້ສໍາຫລວດຄືນ ໂຄງລ່າງພື້ນຖານ ບ້ານໂພນທາດ ເປັນຕົ້ນ ລະບົບສຸຂະພິບານ ແລະ ສິ່ງແວດລ້ອມຂອງຊຸມຊົນ ນະໂຍບາຍການພັດທະນາບ້ານໂພນທາດ ຂອງອົງການປົກຄອງເມືອງ, ການນໍາໃຊ້ທີ່ດິນໃນສະພາບປັດຈຸບັນ, ສະພາບພູມີສາດ ແລະ ສະພາບແວດລ້ອມທໍາມະຊາດ, ໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ໂຄງລ່າງພື້ນຖານທາງດ້ານສັງຄົມ, ຈຸດປະສົງກໍເພື່ອຮັບຮອງການເພີ່ມຂຶ້ນຂອງປະຊາກອນ, ເສດຖະກິດ-ສັງຄົມຂອງບ້ານດັ່ງກ່າວ, ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນບໍລິເວນເດີ່ນພະທາດໂຜ່ນ, ໂຄງລ່າງພື້ນຖານທາງດ້ານສັງຄົມ ເພື່ອໃຫ້ການພັດທະນາເປັນໄປຢ່າງມີລະບົບ ແລະ ສອດຄ່ອງກັບການພັດທະນາດ້ານຕ່າງໆ. ນອກຈາກນີ້, ຍັງໄດ້ທົບທວນຄືນການຄຸ້ມຄອງ ໃນການນໍາໃຊ້ທີ່ດິນແຜນຜັງເມືອງ ແລະ ປັບປຸງກົດລະບຽບ ເພື່ອການຄຸ້ມຄອງໃນການປຸກສ້າງ ເປັນບ່ອນອີງໃນການພັດທະນາ ແລະ ຄຸ້ມຄອງຕົວເມືອງ ໃຫ້ມີປະສິດທິຜົນ ສອດຄ່ອງກັບສະພາບແວດລ້ອມ ເພື່ອສົ່ງເສີມເສດຖະກິດຂອງຕົວເມືອງ ໂດຍໄດ້ກໍານົດມີເຂດການຄ້າ-ການບໍລິການໃຫ້ມີຄວາມສະດວກ ໃນການເດີນທາງ ແລະ ຂົນສົ່ງ ເພື່ອເຂົ້າເຖິງ ແລະ ນໍາໃຊ້ຢ່າງມີປະສິດທິພາບ ໄປຄຽງຄູ່ກັບການສົ່ງເສີມມາດຖານຄວາມເປັນຢູ່ໃຫ້ດີຂຶ້ນ ມີສຸຂະອະນາໄມ, ຄວາມເປັນລະບຽບ, ສວຍງາມ, ປອດໄພຕະຫລອດເຖິງການຄຸ້ມຄອງສິ່ງແວດລ້ອມ ໃຫ້ມີຄວາມເໝາະສົມ ແລະ ມີປະສິດທິພາບ, ການຮັກສາສະພາບທິວທັດທີ່ສວຍງາມທາງດ້ານທໍາມະຊາດ ຮັກສາສະຖານທີ່ທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາໃຫ້ມີຄວາມຍືນຍົງ ທາງດ້ານການທ່ອງທ່ຽວພາຍໃນເມືອງໄຊພູທອງ.

ໂອກາດດຽວກັນ, ຄະນະນໍາຂອງເມືອງ ຍັງໄດ້ລົງສໍາຫລວດວັດແທກ ແລະ ສໍາຫລວດເຂດບໍລິເວນເດີ່ນພະທາດໂຜ່ນ ເພື່ອອີງໃສ່ໃນການພັດທະນາ ໃນຂັ້ນຕອນຕໍ່ໄປຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version