Home ຂ່າວໜ້າໜຶ່ງ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ປະຈຳປີ 2024

ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ປະຈຳປີ 2024

0

ວັນທີ 13 ສິງຫາ 2024 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ປະຈຳປີ 2024 ແລະ ທິດທາງແຜນງານໃນຕໍ່ໜ້າ, ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ, ຮອງປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ, ຜູ້ຕາງໜ້າພະແນກສາທາລະນະສຸກປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນການດຳເນີນກອງປະຊຸມຄັ້ງນີ້ ເປັນການຕີລາຄາທ່າອ່ຽງຂອງການເກີດພະຍາດໄຂ້ຍຸງລາຍ ໃນ ສປປ ລາວ ແລະ ເພື່ອຮັບປະກັນໃຫ້ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ສາມາດບັນລຸຕາມຄາດໝາຍຂອງຂະແໜງການ ສາທາລະນະສຸກທີ່ວາງໄວ້ ກໍຄືການຫຼຸດຜ່ອນອັດຕາການເປັນໄຂ້ ແລະ ເສຍຊີວິດຍ້ອນພະຍາດ ດັ່ງກ່າວ, ດັ່ງນັ້ນຈຶ່ງໄດ້ເລັ່ງໃສ່ການທົບທວນຄືນບັນດາມາດຕະການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນໄລຍະຜ່ານມາ, ກໍານົດບັນຫາ ແລະ ສິ່ງທ້າທາຍ ເພື່ອວາງແນວທາງໃນການແກ້ໄຂ ແລະ ປັບປຸງຢ່າງທ່ວງທັນ, ຄຽງຄູ່ກັນນີ້ ຍັງຮຽກຮ້ອງເຖີງການ ສະໜັບສະໜູນ ຈາກການນໍາຂັ້ນທ້ອງຖິ່ນ, ທຸກຂະແໜງການທີ່ກ່ຽວຂ້ອງ ລວມທັງການມີສ່ວນຮ່ວມຂອງຊຸມຊົນ ແລະ ບັນດາຄູ່ຮ່ວມພັດທະນາ. ເພາະວ່າພະຍາດໄຂ້ຍຸງລາຍ ຍັງສືບຕໍ່ກາຍເປັນສາເຫດການເຈັບເປັນທີ່ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເປັນສິ່ງທ້າທາຍໃຫ້ແກ່ວຽກງານສາລະນະສຸກ ທັງພາຍໃນ ແລະ ພາກພຶ້ນ. ເຊຶ່ງ ສປປ ລາວ ກໍ່ປະເຊີນກັບສະພາບການລະບາດຂອງພະຍາດໄຂ້ຍຸງລາຍມາຢ່າງຕໍ່ເນື່ອງ ເຖິງແມ່ນວ່າພວກເຮົາພະຍາຍາມວາງມາດຕະການຕ່າງໆໃນແຕ່ລະປີ ກ່ອນລະດູຝົນກໍ່ຕາມ ກໍ່ຍັງເກີດການລະບາດໃຫຍ່ທຸກ 4-5 ປີ ແລະ ມີການເສຍຊີວິດຈໍານວນຫຼວງຫຼາຍ ບາງປີກໍ່ມີການເສຍຊີວິດເຖິງ 95 ຄົນ, ໃນປີ 2024 ນີ້ ກໍ່ມີຜູ້ຕິດເຊື້ອ 10,617 ຄົນ ແລະ ເສຍຊີວິດ 8 ຄົນ. ສະນັ້ນ ເພື່ອໃຫ້ການປະຕິບັດມາດຕະການຄວບຄຸມພະຍາດໄຂ້ຍຸງລາຍໃຫ້ມີປະສິດທິພາບຂຶ້ນຕື່ມ, ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ວາງແຜນໃນການຮ່ວມມືກັນປະຕິບັດມາດຕະການຄວບຄຸມໄຂ້ຍູງລາຍ ໂດຍການທໍາລາຍແຫຼ່ງເພາະພັນໄຂ້ຍູງລາຍໃນການມີສ່ວນຮ່ວມຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ. ພ້ອມກັນນັ້ນ ກໍ່ໄດ້ຖອດຖອດບົດຮຽນການປະຕິບັດ 5 ປໍ ທີ່ທາງກະຊວງສາທາລະນະສຸກວາງອອກ.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະກະຊວງສາທາລະນະສຸກ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໂດຍເລີ່ມຈາກການໂຄສະນາສຶກສາອົບຮົມ ນໍາພາ-ຊີ້ນໍາ ການວາງແຜນ ແລະ ກຽມຄວາມພ້ອມທຸກດ້ານມີມາດຕະການຄົບຊຸດໃນການປ້ອງກັນ, ຄວບຄຸມ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ ຕາມທິດກັນດີກວ່າແກ້, ເອົາການປ້ອງກັນເປັນຕົ້ນຕໍ ເອົາການແກ້ເປັນສຳຄັນ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ທຸກພາກສ່ວນ ໃນສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງຢ່າງຖືກຕ້ອງ, ອັນຕະລາຍ ແລະ ຮ້າຍແຮງຂອງພະຍາດ ເຊິ່ງຜ່ານມາການລະບາດຢ່າງຮ້າຍແຮງຂອງພະຍາດ ມັນອັນໜຶ່ງທີ່ເຮັດໃຫ້ບັນທອນທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນຂອງປະຊາຊົນ. ສະນັ້ນໃຫ້ເອົາໃຈໃສ່ຈັດຕັ້ງການຝືກອົບຮົມເຕັກນິກທາງດ້ານການແພດ, ພ້ອມທັງຕິດຕາມກວດກາການບົງມະຕິພະຍາດປະເພດຕ່າງໆ ເປັນຕົ້ນພະຍາດຕາມລະດູການໃຫ້ແກ່ພະນັກງານແພດໝໍຂອງຂະແໜງການ, ຂັ້ນແຂວງ, ຂັ້ນເມືອງ ແລະ ສຸກສາລາ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ຄຸນນະພາບການປິ່ນປົວ ແລະ ຮັບປະກັນໃຫ້ການບໍລິການແກ່ປະຊາຊົນບັນດາເຜົ່າ ຢ່າງທົ່ວເຖິງ ແລະ ທັນການ.

ໂດຍ: ນົກ ບຸນມາເລີດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version