Home ຂ່າວໜ້າໜຶ່ງ ລາວ ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ

ລາວ ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ

0

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມ

ວັດທະນະທຳ-ສັງຄົມອາຊຽນຮ່ວມກັບສະມາຊິກລັດຖະສະພາອາຊຽນ ແລະ ຜູ້ຊົງຄຸນວຸດທິຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຂຶ້ນໃນວັນທີ 12 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີຜູ້ຊົງຄຸນວຸດທິ, ລັດຖະ ມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ, ສະມາຊິກລັດຖະສະພາແມ່ຍິງ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມແຫ່ງຕີມໍແລັດສະເຕ ພ້ອມດ້ວຍຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຫົວໜ້າຄະນະຜູ້ແທນອາຊຽນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນປຶກ ສາຫາລືຄົ້ນຄວ້າໃນຫຼາຍບັນຫາຫຼາຍຂົງເຂດທີ່ສໍາຄັນ ເພື່ອຮ່ວມກັນພັດທະນາຍຸດທະສາດໃດທີ່ມີທ່າແຮງໃນການເພີ່ມທະວີການສ້າງນະໂຍບາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເພື່ອເສີມຂະຫຍາຍບັນດາກົນໄກນິຕິບັນຍັດທີ່ມີຢູ່ແລ້ວ ແລະ ກຳນົດກາລະໂອກາດທີ່ມີຄວາມເປັນໄປໄດ້ໃນການຮ່ວມມືກັບລັດຖະສະພາ ແລະ ຜັນຂະຫຍາຍບົດບາດຂອງສະພາລະຫວ່າງຊາດອາຊຽນທີ່ສາມາດໃຫ້ການສະໜັບສະໜູນແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025.

ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເພື່ອປະກອບ ສ່ວນເຂົ້າໃນການພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ຊຶ່ງໃນໄລຍະຜ່ານມາ ໜ່ວຍງານພັດທະນາເອກະສານດັ່ງກ່າວໄດ້ມີການປະຊຸມຮ່ວມກັບບັນດາສູນ ແລະ ອົງການກ່ຽວຂ້ອງຂອງອາຊຽນ ຍັງໄດ້ສະແດງຄວາມເຫັນຕໍ່ບັນດາຂະແໜງການພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ບັນດານັກຄົ້ນຄວ້າ, ສະຖາບັນຄົ້ນຄວ້າຕ່າງໆ ແລະ ບັນດາອົງການຈັດຕັ້ງທາງສັງຄົມ. ຢ່າງໃດກໍຕາມ ສປປ ລາວ ໄດ້ປະກອບສ່ວນເຂົ້າໃນການສ້າງວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຕ່າງໆ ຊຶ່ງໃນຕົ້ນປີນີ້, ໜ່ວຍງານພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນຫຼັງປີ 2025 ໄດ້ຖືກສ້າງຕັ້ງຂຶ້ນເພື່ອປະຕິບັດໜ້າທີ່ຂອງຕົນ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ອີງຕາມວິໄສທັດປະຊາຄົມອາຊຽນປີ 2045 ທີ່ຖືກຮັບຮອງຈາກຜູ້ນຳອາຊຽນເປັນພື້ນຖານໃຫ້ພາກພື້ນອາຊຽນມີຄວາມເຂັ້ມແຂງ, ມີນະວັດຕະກຳໃໝ່, ແຂງແກ່ນ ແລະ ປະຊາຊົນເປັນແກນກາງ. ຈາກປະຊາຄົມວັດທະນະທຳ-ສັງຄົມອາຊຽນ ກາຍເປັນຂົງເຂດຍຸດທະສາດຫຼັກ ແລະ ເປັນຕົວຊີ້ວັດຍຸດທະສາດທີ່ສາມາດຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕົວຈິງເພື່ອການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງເພື່ອເພີ່ມທະວີການພົວພັນຮ່ວມມືໃຫ້ກ້າວໄປສູ່ຈຸດປະສົງເປົ້າໝາຍຂອງປະຊາຄົມພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version