Home ຂ່າວພາຍໃນ ໂຮງໝໍໍຫຼັກໄຊ ເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center

ໂຮງໝໍໍຫຼັກໄຊ ເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center

0

ວັນທີ 10 ສິງຫາ ຜ່ານມາ ທີ່ໂຮງໝໍຫຼັກໄຊ ໄດ້ຈັດພິທີເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center ຄືສູນສຸຂະພາບອົງລວມ, ໂດຍມີ ທ່ານ ບຸນກອງ ສີຫາວົງ ຮອງປະທານສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ອະດີດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ບຸນມີ ສົມສະໝຸດ ຫົວໜ້າ ອຳນວຍການໂຮງໝໍຫຼັກໄຊ ພ້ອມດ້ວຍ ພະນັກງານແພດ ໝໍ ເຂົ້າຮ່ວມ. ຈຸດປະສົງການເປີດໜ່ວຍບໍລິການສົ່ງເສີມສຸຂະພາບສູນ Wellness center ຄືສູນສຸຂະພາບອົງລວມ ຢູ່ ໂຮງໝໍຫຼັກໄຊ ເພື່ອສົ່ງເສີມສຸຂະພາບປະຊາຊົນລາວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ປະເທດ ສປປ ລາວ ທຸກເພດທຸກໄວ ໃຫ້ມີສຸຂະພາບທີ່ດີທີ່ສຸດ.

ຜ່ານມາໂຮງໝໍຫຼັກໄຊ ໄດ້ໃຫ້ການບໍລິການປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ອາໄສໃນປະເທດລາວເຮົາເຊັ່ນ: ໃຫ້ບໍລິການ ບົ່ງມະຕິ ປິ່ນປົວພະຍາດ ປ້ອງກັນ ເພື່ອບໍ່ໃຫ້ ເກີດອາການສົນ ລຸກລາມໄປຫາອະໄວຍະວະອື່ນຂອງຮ່າງກາຍ ແລະ ເພື່ອ ຟື້ນຟູໜ້າທີ່ການທີ່ ສູນເສຍໄປໃຫ້ກັບມາສູ່ຄວາມປົກກະຕິ ຫຼື ໃກ້ຄຽງ ກັບປົກະຕິ ແຕ່ການໃຫ້ບໍລິການ ດັ່ງກ່າວມານັ້ນມີຜູ້ປ່ວຍພຽງ 20-30% ໃນ 100% ຂອງປະຊາກອນ ; ປະຊາກອນອີກຈໍານວນ 70-80% ໃນສັງຄົມທີ່ຍັງມີສຸຂະພາບແຂງແຮງ ຫຼື ກໍາລັງຈະກ້າວເປັນພະຍາດ ທີ່ຍັງບໍ່ໄດ້ເຂົ້າເຖິງການປ້ອງກັນດູແລສຸຂະພາບຢ່າງຖືກວິທີ. ອີກດ້ານໜຶ່ງໂຮງໝໍຫຼັກໄຊເປີດສູນສົ່ງເສີມສຸຂະພາບ (wellness center) ຄັ້ງນີ້: ເພື່ອເນັ້ນໃສ່ກຸ່ມປະຊາກອນ 70-80% ທີ່ຍັງບໍ່ທັນມີບັນຫາດ້ານສຸຂະພາບຫຼື ຜູ້ທີ່ກຳລັງທີ່ ກຳລັງຈະເປັນພະຍາດເຂົ້າມາໃຊ້ບໍລິການ ກວດສຸຂະພາບປະຈຳປີເຊັ່ນ: ການກວດຄວາມສົມດູນຂອງຮໍໂມນ, ການກວດວິຕາມິນ, ກວດສານອາຫານຕ່າງໆໃນຮ່າງກາຍ, ກວດຫາສານໂລຫາໜັກທີ່ຕົກ ຄ້າງໃນຮ່າງກາຍ ແລະ ກວດເຊວຜິດປົກກະຕິທີ່ຮ້າຍແຮງຂອງ ຮ່າງກາຍ; ຫຼັງຜ່ານການກວດເຊັກສຸຂະພາບແລ້ວ ທີມແພດຜູ້ຊ່ຽວຊານກັບຄົນໄຂ້ຈະວາງແຜນຮ່ວມກັນໃນການປິ່ນປົວໂດຍການໃຫ້ໂພຊະນາການ ການປັບປ່ຽນພຶດຕິກຳ ການກິນອາຫານທີ່ມີຄຸນນະພາບຕໍ່ຮ່າງກາຍ, ການອອກກໍາລັງກາຍ ຫຼື ວາງແຜນດ້ວຍການກິນວິຕາມິນແບບເປັນເມັດ ຫຼື ວິຕາມິນແບບສັກ ເຂົ້າທາງສາຍນໍ້າເກືອ ການໃຫ້ເຊວບຳບັດ (stem cell). ໃນການປິ່ນປົວ ໃນໄວໆນີ້ ທ່ານຫົວໜ້າ ອຳນວນການ ຍັງໄດ້ຮຽກຮອງໃຫ້ທຸກຊັ້ນຄົນ ຫັນມາໃສ່ໃຈ ແລະ ຫັນມາເບິ່ງແຍງ ດູແລສຸຂະພາບຕົນເອງ ເລີ່ມແຕ່ ໄວໜຸ່ມ ເພື່ອສຸຂະພາບທີ່ດີຂອງຕົນເອງ.

(ຂ່າວ: ຕຸໄລເພັດ ຂໍ້ມູນໂຮງໝໍຫຼັກໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version